ບໍລິຄຳໄຊ ລະນຶກ 3 ວັນສຳຄັນຂອງພັກຂອງຊາດ
ຢູ່ສະໂມສອນໃຫຍ່ຂອງແຂວງ ຄະນະໂຄສະນາອົບົຮມແຂວງ ບໍລິຄຳໄຊ ໄດ້ຈັດຕັ້ງພິທີປະຖັກກະຖາ 3 ວັນສຳຄັນຂອງພັກ,ຂອງຊາດຂື້ນໃນຕອນບ່າຍຂອງວັນທີ 13 ກໍລະກົດ 2026 ໃຫ້ກຽດຂື້ນຫວນຄືນ 3 ວັນສຳຄັນໂດຍສະຫາຍ ສອນທະນູ ທຳມະວົງ ກຳມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງ ບໍລິຄຳໄຊ,ມີພະນັກງານຜູ້ຊົງຄຸນວຸດທິ,ພະນັກງານນັກຮົບ,ພະນັກງານຫຼັກແຫຼ່ງຈາກພະແນກການ,ຫ້ອງການ,ສະພາປະຊາຊົນແຂວງເຂົ້າຮ່ວມເຊື່ອມຊຶມ. ເອກະສານທີ່ນຳມາເຜີຍແຜ່,ເຊື່ອມຊຶມປະກອບມີ: ຮໍ່າຮຽນເອົາຄຸນສົມບັດສິນທຳປະຕິວັດ ແລະ ແບບແຜນດຳລົງຊີວິດ ຂອງ ປະທານສຸພານຸວົງ,ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 49 ປີ (18 ກໍລະກົດ ...