ໃນວັນທີ 01 ທັນວາ 2020 ຜ່ານມາຢູ່ທີ່ສະໂມສອນໃຫຍ່ຂອງແຂວງບໍລິຄໍາໄຊ ຄະນະໂຄສະນາອົບຮົມແຂວງ ໄດ້ສົມທົບກັບ ກັບຫ້ອງວ່າການແຂວງ ຈັດຕັ້ງພິທີໂຄສະນາ-ປາຖະກະຖາ ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ ( 02/12/1975 -02/12/2020 ) ແລະ ວັນເກີດ ຂອງປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ ( 13/12/1920-13/12/2020 ), ໂດຍໃຫ້ກຽດຂຶ້ນປາຖະກະຖາ ຂອງທ່ານ ປອ ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄໍາໄຊ ມີຄະນະບໍລິຫານງານພັກແຂວງ,
ໃນຕອນເຊົ້າຂອງວັນທີ 15 ພຶດສະພາ 2019 ຢູ່ທີ່ສະໂມສອນໃຫຍ່ຂອງແຂວງ ຄະນະໂຄສະນາອົບຮົມແຂວງ ບໍລິຄໍາໄຊ ໄດ້ຈັດຕັ້ງໂຄສະນາ-ປາຖະກະຖາ 02 ວັນປະຫວັດສາດ ກໍຄື ວັນຜ່າວົງປິດລ້ອມ ຂອງກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນ ຊຽງຂວາງ ຄົບຮອບ 60 ປີ ແລະ ວັນວິລະກຳໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນຳ ພັກ ແລະ ແນວລາວຮັກຊາດ ຄົບຮອບ 59 ປີ, ໃຫ້ກຽດຂຶ້ນປາຖະກະຖາໃນຄັ້ງນີ້ ໂດຍ ທ່ານ ຄໍາໝັ້ນ ຂຸນຈັນທະ ວິລະຊົນແຫ່ງຊາດ, ມີພະນັກງານ-ລັດຖະກອນເຂົ້າຮ່ວມທັງໝົດ 271 ຄົນ, ຍິງ 110 ສະຫາຍ.
ຕອນເຊົ້າຂອງວັນທີ 7 ພຶດສະພາ 2019 ຄະນະໂຄສະນາອົບຮົມແຂວງບໍລິຄໍາໄຊ ໄດ້ເປີດຊຸດອົບຮົມການເມືອງ-ແນວຄິດໃຫ້ນັກທຸລະກິດທົ່ວແຂວງ ປີ 2019 ຢູ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງ ໂດຍການເປັນປະທານຂອງ ທ່ານ ບຸນມາ ບຸຈະເລີນ ຮອງເລຂາພັກແຂວງ ຮອງເຈົ້າແຂວງບໍລິຄຳໄຊ, ມີບັນດານັກທຸລະກິດໃນທົ່ວແຂວງ ພ້ອມດ້ວຍຄະນະຮັບຜິດຊອບ ເຂົ້າຮ່ວມ.
ໃນວັນທີ 06 ພຶດສະພາ 2019 ທີ່ຜ່ານມາ ຄະນະໂຄສະນາອົບຮົມສູນກາງພັກ, ຄະນະໂຄສະນາອົບຮົມແຂວງ ແລະ ເມືອງບໍລິຄັນໄດ້ຮ່ວມກັນຈັດຊຸດອົບຮົມການເມືອງ-ແນວຄິດ ໃຫ້ເຈົ້າກົກ, ເຈົ້າເຫຼົ່າ, ຫົວໜ້າຊິງຊາວ ຢູ່ທີ່ເມືອງບໍລິຄັນ ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍທ່ານ ໂພວາ ພົມມະບຸດດີ ຄະນະປະຈຳພັກເມືອງ, ປະທານແນວລາວສ້າງຊາດເມືອງ, ທ່ານ ຄໍາເຄນ ຈັນທະວົງ ຫົວໜ້າກົມອົບຮົມຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະຮັບຜິດຊອບຂັ້ນແຂວງ ແລະ ຂັ້ນເມືອງ
ມີ 7 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 23 |
![]() | ມື້ວານນີ້ | 68 |
![]() | ອາທິດນີ້ | 131 |
![]() | ເດືອນນີ້ | 827 |
![]() | ທັງໝົດ | 164599 |