ໃນຕອນບ່າຍ ຂອງວັນທີ 15 ມີນາ 2023 ຄະນະໂຄສະນາອົບຮົມແຂວງບໍລິຄໍາໄຊ ໄດ້ເປັນກຽດຕ້ອນຮັບ ສະຫາຍ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານທິດສະດີສູນກາງພັກ, ພ້ອມດ້ວຍ ຄະນະ ທີ່ໄດ້ລົງເຄື່ອນໄຫວເຮັດວຽກ ກັບຄະນະໂຄສະນາອົບຮົມແຂວງ, ມີຄະນະໂຄສະນາອົບຮົມແຂວງ, ຫົວໜ້າ, ຮອງຫົວໜ້າ ຄະນະໂຄສະນາອົບຮົມເມືອງ 04 ຕົວເມືອງທົ່ງພຽງ ແລະ ພະນັກງານ-ລັດຖະກອນ ຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມຢ່າງ ພ້ອມພຽງ. ຈຸດປະສົງໃນການລົງມາເຮັດວຽກໃນຄັ້ງນີ້ ເພື່ອເປັນການຊຸກຍູ້ການຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ຕິດພັນກັບການຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຂອງອົງຄະນະພັກ ແລະ ແຜນພັດທະນາເສດຖະກິດຂອງແຕ່ລະທ້ອງຖິ່ນ; ເພື່ອຕິດຕາມຊຸກຍູ້ ການຈັດຕັ້ງ ຜັນຂະຫຍາຍມະຕິກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V; ເຜີຍແຜ່ຜົນສໍາເລັດການປັບປຸງກົງຈັກ ຂອງຄະນະໂຄສະນາອົບຮົມສູນກາງພັກ ແລະ ຮັບຟັງການລາຍງານການປັປບປຸງກົງຈັກ ຢູ່ຂັ້ນແຂວງ ແລະ ເມືອງ.
ກອງປະຊຸມໃນຄັ້ງນີ້ ສະຫາຍ ອຸດອນ ສອນສຸລິນ ກໍາມະການພັກແຂວງ ຫົວໜ້າຄະນະໂຄສະ ນາອົບຮົມແຂວງ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານໂຄສະນາອົບຮົມທົ່ວແຂວງ ໃນໄລຍະຜ່ານມາ.
ກອງປະຊຸມໄດ້ມີການເເລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ຕໍ່ກັບວຽກງານໂຄສະນາ ກໍຄືວຽກງານການເມືອງ-ແນວຄິດ ຢ່າງກົງໄປກົງມາ.
ໃນຕອນທ້າຍ ສະຫາຍ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານທິດສະດີສູນກາງພັກ ໄດ້ມີຄໍາເຫັນໂອ້ລົມ ເຊິ່ງໄດ້ຍ້ອງຍໍຊົມເຊີຍໃນຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ, ໃນໂອກາດ ທີ່ມີຄວາມໝາຍຄວາມສໍາຄັນນີ້ ສະຫາຍ ຍັງຍົກໃຫ້ເຫັນຄວາມໝາຍຄວາມສໍາຄັນຂອງວຽກງານການເມືອງ-ແນວຄິດ ແລະ ໄດ້ເນັ້ນໜັກວຽກງານຈຸດສຸມໃນຕໍ່ໜ້າ ເປັນຕົ້ນ: ການປັບປຸງກົງຈັກການຈັດຕັ້ງ, ເອົາໃຈໃສ່ຍົກສູງ ຄຸນນະພາບວຽກງານ ໂຄສະນາໄປສູ່ຄຸນນະພາບໃໝ່, ເພີ່ມທະວີວຽກງານຕິດຕາມກວດກາ, ປະເມີນຜົນການເຄື່ອນໄຫວວຽກງານ ການເມືອງ-ແນວ ຄິດ ກໍຄືວຽກງານໂຄສະນາແຕ່ລະໄລຍະ ໂດຍສະເພາະແມ່ນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມວຽກງານການເມືອງ- ແນວຄິດ ທົ່ວປະເທດ ຄັ້ງທີ V ໃຫ້ເລິກເຊິ່ງ, ແທດເໝາະແຕ່ລະກຸ່ມເປົ້າໝາຍ, ປະສານສົມທົບກັນລະຫວ່າງ ຄະນະໂຄສະນາ ອົບຮົມສູນກາງພັກ ແລະ ຄະນະໂຄສະນາອົບຮົມແຂວງ ໃຫ້ມີກົນໄກການປະສານງານຢ່າງກົມກຽວຮັບປະກັນເຮັດໃຫ້ການຈັດ ຕັ້ງຜັນຂະຫຍາຍມະຕິ, ຄໍາສັ່ງ ຂອງພັກ ລົງສູ່ຮາກຖານທ້ອງຖິ່ນໃຫ້ທົ່ວທັນກັບເວລາ; ພ້ອມນັ້ນ ທ່ານຍັງໄດ້ຮັບ ເອົາທຸກຄໍາສະ ເໜີໃນກອງປະຊຸມ ອີກດ້ວຍ.
ໃນຕອນເຊົ້າຂອງວັນທີ 22 ມີນາ 2023 ແຂວງບໍລິຄໍາໄຊ ໄດ້ຈັດພິທີໂຄສະນາ-ປາຖະກະຖາ ວັນສ້າງຕັ້ງພັກ ປະຊາຊົນປະຕິ ວັດລາວ ຄົບຮອບ 68 ປີ ( 22/03/1955-22/03/ 2023 ); ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບ ຮອບ 77 ປີ ( 21 ມີນາ 1946-21 ມີນາ 2023 ) ເພື່ອສຶກສາອົບຮົມການເມືອງ-ແນວຄິດ ໃຫ້ບັນດາພະນັກງນ, ສະມາຊິກ ພັກ, ທະຫານ, ຕໍາຫຼວດ ແລະ ປະຊາຊົນລາວບັນດາເຜົ່າ ໄດ້ຮັບຮູ້ ແລະ ເຊື່ອມຊຶມຢ່າງເລິກເຊິ່ງ ກ່ຽວກັບມູນເຊື້ອປະຫວັດສາດ, ຜົນ ງານແຫ່ງການນໍາພາ-ຊີ້ນໍາຂອງ ພັກປະຊາຊົນ ປະຕິວັດລາວ ໃນການນໍາພາປະຊາຊົນລາວບັນດາເຜົ່າຕໍ່ສູ້ກູ້ຊາດ, ຜົນງານນໍາ ພາປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໃນໄລຍະ 68 ປີຜ່ານມາ ແລະ ເພື່ອພ້ອມກັນລະນຶກເຖິງຄຸນ ງາມຄວາມດີ ແລະ ນໍ້າໃຈເສຍສະຫຼະອັນສູງສົ່ງ ຂອງບັນດານັກຮົບທີ່ໄດ້ອຸທິດ ເພື່ອປະເທດຊາດ ໃນຂະບວນການຕໍ່ສູ້ປົດປ່ອຍ ຊາດທີ່ມີຫຼາຍເຫດການປະຫວັດສາດເຊິ່ງປວງຊົນລາວທັງຊາດບໍ່ມີວັນລືມ; ໃຫ້ກຽດຂຶ້ນປາຖະກະຖາໃນຄັ້ງນີ້ໂດຍ ທ່ານ ວັນວິ ໄລ ແດນພູຫຼວງ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ, ມີຄະນະບໍລິຫານງານ ພັກແຂວງ, ປະທານແນວລາວສ້າງຊາດແຂວງ, ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ 11, ສະມາຊິກສະພາປະຊາ ຊົນແຂວງ, ນາຍທະຫານ, ນາຍຕໍາຫຼວດ, ພະນັກງານນັກຮົບ, ພະນັກງານອາວຸໂສບໍານານ, ຫົວໜ້າ, ຮອງພະແນກການ, ອົງ ການທຽບເທົ່າ, ອົງການຈັດຕັ້ງມະຫາຊົນ ແລະ ພະນັກງານ-ລັດຖະກອນ ອ້ອມຂ້າງແຂວງ ເຂົ້າຮ່ວມທັງໝົດ 320 ຄົນ, ຍິງ 125 ຄົນ.
ໃນຕອນເຊົ້າຂອງວັນທີ 28 ມີນາ 2023 ຄະນະໂຄສະນາອົບຮົມແຂວງບໍລິຄໍາໄຊ ໄດ້ເຂົ້າຮ່ວມກອງປະຊຸມສ່ອງ ແສງ ລາຍງານ ວຽກງານໂຄສະນາຜ່ານສື່ ( ເວັບໄຊສ ) ປະຈໍາໄຕມາດ I (1-2-3) 2023 ແລະ ທິດທາງແຜນການເຄື່ອນໄຫວ ວຽກ ງານເວັບໄຊສໃນໄຕມາດ II (4-5-6) 2023 ໂດຍຜ່ານກອງປະຊຸມທາງໄກ. ພາຍໃຕ້ການເປັນປະທານໃນກອງປະຊຸມຄັ້ງນີ້ ໂດຍ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຜູ້ຊີ້ນໍາວຽກງານ ກົມ ຂໍ້ມູນ ຂ່າວສານ ແລະ ຝຶກອົບຮົມ; ມີຮອງຫົວໜ້າຄະນະໂຄສະນາອົບຮົມບັນດາແຂວງ ແລະ ພະນັກງານຜູ້ຮັບຜິດຊອບ ເວັບໄຊສ. ຄະນະໂຄສະນາອົບຮົມແຂວງບໍລິຄໍາໄຊ ນໍາໂດຍ ທ່ານ ຄໍາໃສ ຄໍາພູບານ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍ ຄະນະຮັບຜິດຊອບວຽກງານເວັບໄຊສ ເຂົ້າຮ່ວມທັງໝົດ 07 ສະຫາຍ, ຍິງ 05 ຫາຍ.
- ກອງປະຊຸມໄດ້ຮັບການຜ່ານ ພາລະບົດບາດຂອງ ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຈາກ ທ່ານ ວັນຕຸລາ ຣັກນຸດ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ.
- ກອງປະຊຸມຍັງໄດ້ຮັບຟັງການສ່ອງແສງລາຍງານວຽກງານໂຄສະນາຜ່ານສື່ ( ເວັບໄຊສ ) ຈາກຜູ້ແທນເຂົ້າຮ່ວມກອງ ປະຊຸມ.
- ໃນຕອນທ້າຍ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຜູ້ຊີ້ ນໍາວຽກງານກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຍັງໄດ້ມີຄໍາເຫັນໂອ້ລົມ ແລະ ມີທິດຊີ້ນໍາໃນວຽກງານຕໍ່ໜ້າ ເພື່ອ ໃຫ້ວຽກ ງານນີ້ມີການພັດທະນາ ແລະ ເຕີບໃຫຍ່ຂະຫຍາຍຕົວຢ່າງໜັກແໜ້ນເຂັ້ມແຂງ ອີກດ້ວຍ.
ພິທີປາຖະກະຖາ 3 ວັນສໍາຄັນຂອງຊາດຂອງພັກ ແລະ ປະກາດຮັບເອົາຫ້ອງການສະພາທິດສະດີສູນກາງພັກ ມາຂື້ນກັບ ຄອສພ.
ຕອນເຊົ້າວັນທີ 13 ທັນວາ 2021 ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີປາຖະກະຖາ ວັນຊາດ ທີ 2 ທັນວາ ຄົບຮອບ 46 ປີ, ວັນຄ້າຍວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 101 ປີ, ຜົນສຳເລັດການກໍ່ສ້າງລົດໄຟ ລາວ-ຈີນ ແລະ ປະກາດຮັບເອົາຫ້ອງການສະພາທິດສະດີສູນກາງພັກ ມາຂື້ນກັບຄະນະໂຄສະນາອົບຮົມສູນກາງພັກ.ໃຫ້ກຽດເປັນປະທານໂດຍ ສະຫາຍ ຄຳພັນ ເຜີຍຍະວົງ
ໃນວັນທີ 9 ທັນວາ 2020 ທີ່ຜ່ານມາ ຢູ່ທີ່ສະໂມສອນໃຫຍ່ຂອງແຂວງ ຄະນະໂຄສະນາອົບຮົມແຂວງ ໄດ້ສົມທົບກັບ ຄະນະພັກ ພາຍໃນຂົງເຂດການເມືອງ ຈັດກອງປະຊຸມເຜີຍແຜ່-ເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ ອົງຄະນະພັກແຂວງ ຄັ້ງທີ VII ມີພະນັກງານ-ລັດຖະກອນ ເຂົ້າຮ່ວມທັງໝົດ 175 ສະຫາຍ, ຍິງ 76 ສະຫາຍ, ກອງປະຊຸມດັ່ງກ່າວໄດ້ເຜີຍແຜ່-ເຊື່ອມຊຶມເອກະສານທີ່ສໍາຄັນຄື:
ມີ 10 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 16 |
![]() | ມື້ວານນີ້ | 68 |
![]() | ອາທິດນີ້ | 124 |
![]() | ເດືອນນີ້ | 820 |
![]() | ທັງໝົດ | 164592 |