ໃນວັນທີ 19-20 ທັນວາ 2022 ຄະນະໂຄສະນາອົບຮົມເມືອງບໍລິຄັນ ໄດ້ເປີດຊຸດອົບຮົມວຽກງານການເມືອງ-ແນວຄິດ ແລະ ສັງລວມ-ຫາງສຽງສັງຄົມຂຶ້ນ ເພື່ອສ້າງຂີດຄວາມສາມາດ ໃຫ້ຄະນະຮັບຜິດຊອບ ວຽກງານການເມືອງ-ແນວຄິດ ແລະ ສັງ ລວມ-ຫາງສຽງສັງຄົມຢູ່ຂັ້ນເມືອງ ໃຫ້ມີຄວາມໜັກແໜ້ນ-ເຂັ້ມແຂງ. ໂດຍການເປັນປະທານ ຂອງ ທ່ານ ວັນເລີນ ປຸ້ຍໄມນີ ກໍາມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງບໍລິຄັນ, ເປັນກຽດເຂົ້າຮ່ວມຂອງທ່ານ ລາວປາວຊົ່ງ ນະວົງໄຊ ກໍາມະການ ສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ແລະ ທ່ານ ອຸດອນ ສອນສຸລິນ ກໍາມະການພັກແຂວງ, ຫົວໜ້າ ຄະນະໂຄສະນາອົບຮົມແຂວງ. ມີຄະນະຮັບຜິດຊອບວຽກງານຕິດຕາມ, ເກັບກໍາສະພາບແນວຄິດ-ຫາງສຽງສັງຄົມຂັ້ນເມືອງ ເຂົ້າຮ່ວມ 25 ທ່ານ, ຍິງ 09 ທ່ານ; ຊຸດອົບຮົມດັ່ງກ່າວ ໄດ້ຄົ້ນຄວ້າ-ເຊື່ອມຊຶມບັນດານິຕິກໍາທີ່ສໍາຄັນຄື:
- ຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ເລກທີ 04/ຄລສພ, ລົງວັນທີ 10 ກໍລະກົດ 2017 ວ່າດ້ວຍການ ເພີ່ມທະ ວີວຽກງານຕິດຕາມ, ເກັບກໍາສະພາບແນວຄິດ-ຫາງສຽງສັງຄົມໃນໄລຍະໃໝ່.
- ຄຳແນະນໍາຂອງຄະນະໂຄສະນາອົບຮົມສູນກາງພັກ ສະບັບເລກທີ 08/ຄອສພ, ລົງວັນທີ 31 ກໍລະ ກົດ 2017 ກ່ຽວກັບ ການ ຈັດຕັ້ງປະຕິບັດຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ເລກທີ 04/ຄລສພ.
- ບັນຫາພື້ນຖານກ່ຽວກັບວຽກງານຫາງສຽງສັງຄົມ.
- ວິທີການເກັບກຳ ແລະ ນໍາໃຊ້ຫາງສຽງສັງຄົມເຂົ້າໃນວຽກງານການເມືອງ-ແນວຄິດ.
- ຕາໜ່າງເພື່ອນຮ່ວມງານ.
ໃນຕອນທ້າຍຂອງຊຸດອົບຮົມ ຍັງໄດ້ຮັບກຽດຟັງການໂອ້ລົມຂອງ ທ່ານ ລາວປາວຊົ່ງ ນະວົງໄຊ ກໍາມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ເຊິ່ງທ່ານໄດ້ຮຽກຮ້ອງໃຫ້ການນໍາຂອງເມືອງ ພ້ອມດ້ວຍ ຄະນະຮັບ ຜິດຊອບ ວຽກງານຕິດຕາມ, ເກັບກໍາສະພາບແນວຄິດ-ຫາງສຽງສັງຄົມ ໃຫ້ເອົາໃຈໃສ່ນໍາພາ-ຊີ້ນໍາ ແລະ ເພີ່ມທະວີຄວາມຮັບຜິດຊອບ ຂອງຕົນເຄື່ອນໄຫວວຽກງານດັ່ງກ່າວ ໃຫ້ມີຄວາມໜັກແໜ້ນ-ເຂັ້ມແຂງ, ເຮັດໃຫ້ບັນດາຫາງສຽງສັງຄົມໄດ້ຮັບ ການແກ້ໄຂ ທ່ວງທັນສະພາບການ ແລະ ຖືກຕ້ອງ-ສອດຄ່ອງກັບລະບຽບກົດໝາຍ, ເພື່ອໃຫ້ສັງຄົມມີຄວາມສະຫງົບ ແລະ ປະຊາຊົນ ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ-ລັດເຮົາ.
ໃນວັນທີ 27 ທັນວາ 2022 ຢູ່ທີ່ຫ້ອງປະຊຸມເບີ 04 ຊັ້ນ 3 ຫ້ອງວ່າການແຂວງ ຄະນະໂຄສະນາອົບຮົມແຂວງ ໄດ້ເປີດຊຸດ ອົບຮົມໃຫ້ມະຫາຊົນຜູ້ກ້າວໜ້າ ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນ ປະຕິວັດລາວ ຊຸດທີ II ປີ 2022 ຂຶ້ນ, ໃຫ້ກຽດ ເປັນປະທານໃນຄັ້ງນີ້ໂດຍ ສະຫາຍ ອຸດອນ ສອນສຸລິນ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີມະຫາ ຊົນກ້າວໜ້າ ມາຈາກຄະນະພັກຮາກຖານ, ໜ່ວຍພັກຮາກຖານ ອ້ອມຂ້າງແຂວງ ເຂົ້າຮ່ວມທັງໝົດ 24 ສະຫາຍ, ຍິງ 12 ສະ ຫາຍ.
ຈຸດປະສົງໃນການເປີດຊຸດອົບຮົມໃນຄັ້ງນີ້ ແມ່ນເພື່ອເຮັດໃຫ້ມະຫາຊົນຜູ້ກ້າວໜ້າ ທີ່ຈະຂະຫຍາຍເຂົ້າພັກເປັນສະມາຊິກພັກ ຮັບຮູ້-ເຂົ້າໃຈ ເບື້ອງຕົ້ນກ່ຽວກັບປະຫວັດ, ຄວາມເປັນມາ, ອຸດົມການ ແລະ ທາດແທ້ຂອງພັກປະຊາຊົນປະຕິວັດລາວ ເຂົ້າ ໃຈ ກ່ຽວກັບມາດຕະຖານ, ເງື່ອນໄຂຜູ້ທີ່ຈະເຂົ້າເປັນສະມາຊິກພັກ ແລະ ຜົນປະໂຫຍດທີ່ສະມາຊິກພັກໄດ້ຮັບ.
ບົນພຶ້ນຖານຄວາມຮັບຮູ້-ເຂົ້າໃຈດັ່ງກ່າວ ເຮັດໃຫ້ມະຫາຊົນຜູ້ກ້າວໜ້າ ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ມີມາດຖານ, ເງື່ອນໄຂຄົບຖ້ວນ ແລະ ມີຄວາມຕື່ນຕົວສະໝັກໃຈ ເຂົ້າເປັນສະມາຊິກພັກປະຊາຊົນ ປະຕິວັດລາວ ເພື່ອເພີ່ມພະລັງແຮງ ໃຫ້ ແກ່ພັກນັບມື້ນັບຫຼາຍຂຶ້ນ.
ຊຸດອົບຮົມດັ່ງກ່າວ ໄດ້ຄົ້ນຄວ້າ-ເຊື່ອມຊຶມ ເອກະສານ ຈໍານວນ 13 ຄໍາຖາມ-ຄໍາຕອບ.
ເພື່ອເປັນການລະນຶກເຖິງຄຸນງາມຄວາມດີ ແລະ ວິລະກໍາຕໍ່ສູ້ອັນອົງອາດກ້າຫານ ແລະ ບັນດາຜົນງານ-ໄຊຊະນະອັນ ໃຫຍ່ຫຼວງ ຂອງກອງທັບປະຊາຊົນລາວ ຍາດມາໄດ້ຕະຫຼອດໄລຍະ 74 ປີທີ່ຜ່ານມາ.
ໃນຕອນເຊົ້າຂອງວັນທີ 20 ມັງກອນ 2023 ຢູ່ທີ່ສະໂມສອນໃຫຍ່ຂອງແຂວງບໍລິຄໍາໄຊ ໄດ້ຈັດພິທີໂຄສະນາ-ປາຖະກະຖາ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ ( 20/01/1949-20/01/2023 ), ໃຫ້ກຽດຂຶ້ນປາຖະກະຖາ ໃນຄັ້ງ ນີ້ໂດຍ ທ່ານ ປອ ສຸວັນນີ ໄຊຊະນະ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ມີຄະນະບໍລິຫານງານພັກແຂວງ, ປະທານ ແນວລາວສ້າງຊາດແຂວງ, ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ 11, ສະມາຊິກສະພາປະຊາຊົນແຂວງ, ນາຍທະ ຫານ, ນາຍຕໍາຫຼວດ, ພະນັກງານນັກຮົບ, ຫົວໜ້າ, ຮອງພະແນກການ, ອົງການທຽບເທົ່າ, ອົງການຈັດຕັ້ງມະຫາຊົນ ແລະ ພະ ນັກງານ-ລັດຖະກອນ ອ້ອມຂ້າງແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີດັ່ງກ່າວ ທ່ານ ປອ ສຸວັນນີ ໄຊຊະນະ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ຕາງໜ້າການນໍາ ຂອງ ແຂວງ ກໍຄື ພະນັກງານ ແລະ ປະຊາຊົນບັນດາເຜົ່າຊາວແຂວງບໍລິຄໍາໄຊ ຍັງໃຫ້ກຽດຂຶ້ນມອບ ກະຕ່າດອກໄມ້ ແລະ ກະຕ່າ ຂອງຂວັນ ໃຫ້ແກ່ພາກສ່ວນດັ່ງກ່າວອີກດ້ວຍ.
ໃນວັນທີ 13 ກຸມພາ 2023 ແຂວງບໍລິຄໍາໄຊ ຢູ່ທີ່ຫ້ອງປະຊຸມເບີ 4 ( ຊັ້ນ III ຫ້ອງວ່າການ ) ໄດ້ຈັດກອງປະຊຸມເຊື່ອມຊຶມ ແລະ ຜັນຂະຫຍາຍເນື້ອໃນກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V ໃຫ້ສະມາຊິກພັກ, ພະນັກງານຫຼັກ ແຫຼ່ງຂັ້ນແຂວງ, ເລຂາພັກເມືອງ, ຫົວໜ້າ ຄະນະໂຄສະນາອົບຮົມເມືອງ ແລະ ວິຊາການ ຄະນະໂຄສະນາອົບຮົມແຂວງ ເຂົ້າ ຮ່ວມທັງໝົດ 65 ທ່ານ, ຍິງ 16 ທ່ານ.
ກອງປະຊຸມ ຄະນະນໍາ ກໍໄດ້ຜັດປ່ຽນກັນ ຂຶ້ນຜ່ານເອກະສານສໍາຄັນຄື:
- ບົດຄໍາເຫັນຊີ້ນໍາ ແລະ ກ່າວປິດ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະ ທານປະເທດ ຕໍ່ກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V ໃຫ້ກຽດຂຶ້ນເຜີຍ ແຜ່ໂດຍ ທ່ານ ປອ ກອງ ແກ້ວ ໄຊສົງຄາມ ກໍາມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງບໍລິຄໍາໄຊ.
- ບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V ແລະ ທິດທາງຮອດປີ 2025 ແລະ ມະຕິກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V ໃຫ້ກຽດຂຶ້ນເຜີຍ ແຜ່ໂດຍ ທ່ານ ວັນວິໄລ ແດນ ພູຫຼວງ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ.
- ເອກະສານ ຕັ້ງໜ້າຜັນຂະຫຍາຍ ມະຕິ ວ່າດ້ວຍການຍົກສູງວຽກງານການເມືອງ-ແນວຄິດ ໃນໄລຍະ ໃໝ່ ເຂົ້າສູ່ຊີວິດ ສັງຄົມຕົວຈິງ, ບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານການເມືອງ-ແນວຄິດ ທົ່ວແຂວງ ໄລຍະປີ 2017-2022 ແລະ ທິດທາງຮອດປີ 2025 ແລະ ຄໍາແນະນໍາ ຂອງຄະນະປະຈໍາພັກແຂວງ ໃຫ້ກຽດຂຶ້ນເຜີຍແຜ່ໂດຍ ທ່ານ ອຸດອນ ສອນສຸລິນ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ.
ໃນຕອນທ້າຍຂອງກອງປະຊຸມ ທ່ານ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ ຍັງໄດ້ເນັ້ນໜັກໃຫ້ບັນດາເມືອງ, ພະແນກການ, ອົງການທຽບເທົ່າອ້ອມຂ້າງແຂວງ ຈົ່ງໄດ້ຮີບຮ້ອນ ຈັດກອງປະຊຸມເຊື່ອມຊຶມ ແລະ ຜັນຂະຫຍາຍເນື້ອໃນກອງປະຊຸມດັ່ງກ່າວນີ້ ໃຫ້ທ່ວງທັນຕາມກໍານົດເວລາ.
ໃນຕອນເຊົ້າຂອງວັນທີ 06 ມີນາ 2023 ຢູ່ທີ່ສະໂມສອນໃຫຍ່ຂອງແຂວງບໍລິຄໍາໄຊ ໄດ້ຈັດພິທີໂຄສະນາ-ປາຖະກະຖາ ວັນ ສ້າງຕັ້ງແຂວງບໍລິຄໍາໄຊ ຄົບຮອບ 39 ປີ ( 06/03/1984-06/ 03/2023 ) ເພື່ອເຮັດໃຫ້ພະນັກງານ-ລັດຖະກອນ, ກໍາລັງປະກອບ ອາວຸດ ແລະ ປະຊາຊົນບັນ ດາເຜົ່າຊາວແຂວງບໍລິຄໍາໄຊ ມີຄວາມຮັບຮູ້ ແລະ ມີຄວາມເອກອ້າງທະນົງໃຈຕໍ່ມູນ ເຊື້ອປະຫວັດ ສາດ, ການຕໍ່ສູ້ອັນຍືດເຍື້ອຍາວນານ ແລະ ພິລະອາດຫານຂອງປະຊາຊົນບັນດາເຜົ່າ, ວິລະກໍາອັນລ້ໍ່າເລີດຂອງບັນພະບູລຸດ ໃນອະດີດ ກໍຄືບັນດາຜູ້ນໍາປະຕິວັດ ທີ່ນໍາພາເຄື່ອນໄຫວໃນທ້ອງຖິ່ນແຂວງບໍລິຄໍາໄຊ ແລະ ສະແດງໃຫ້ເຫັນຜົນງານການຈັດ ຕັ້ງຊີ້ນໍາ-ນໍາພາຂອງອົງຄະນະພັກແຂວງບໍລິຄໍາໄຊ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາແຂວງ ໄລຍະ 39 ປີຜ່ານມາ, ໃຫ້ກຽດຂຶ້ນປາຖະກະຖາໃນຄັ້ງນີ້ໂດຍ ທ່ານ ປອ ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງ ບໍລິຄໍາໄຊ, ມີຄະນະບໍລິຫານງານພັກແຂວງ, ປະທານແນວລາວສ້າງຊາດແຂວງ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດ ເລືອກ ຕັ້ງ 11, ສະມາຊິກສະພາປະຊາຊົນແຂວງ, ນາຍທະຫານ, ນາຍຕໍາຫຼວດ, ພະນັກງານນັກຮົບ, ຫົວໜ້າ, ຮອງພະແນກ ການ, ອົງການທຽບເທົ່າ, ອົງການຈັດຕັ້ງມະຫາຊົນ, ກອງທຶນໜຶ່ງດວງໃຈບໍລິຄໍາໄຊຊ່ວຍເຫຼືອສັງຄົມ ແລະ ພະນັກງານ-ລັດຖະກອນ ອ້ອມຂ້າງແຂວງ ເຂົ້າຮ່ວມທັງໝົດ 230 ຄົນ, ຍິງ 79 ຄົນ.
ມີ 8 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 25 |
![]() | ມື້ວານນີ້ | 68 |
![]() | ອາທິດນີ້ | 133 |
![]() | ເດືອນນີ້ | 829 |
![]() | ທັງໝົດ | 164601 |