ໃນລະຫວ່າງວັນທີ 22 ມິຖຸນາ 2023 ໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງ ໄດ້ຈັດກອງປະຊຸມດໍາເນີນຊີວິດ ການເມືອງ ກວດກາສະມາຊິກພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ 06 ເດືອນ ຕົ້ນປີ 2023 ຂຶ້ນ ຢູ່ທີ່ຫ້ອງເຮັດວຽກ ຂອງສະຫາຍຫົວໜ້າຄະນະໂຄສະນາອົບຮົມແຂວງ, ພາຍໃຕ້ເປັນປະທານ ຂອງ ສະຫາຍ ນາງ ສຸດສະດາ ໂສພາ ເລຂາໜ່ວຍ ພັກຮາກຖານ ຄະນະໂຄສະນາອົບຮົມແຂວງ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ແລະ ໃຫ້ກຽດເຂົ້າຮ່ວມອົບອຸ່ນໃນ ພິທີໂດຍ ສະຫາຍ ອຸດອນ ສອນສຸລິນ ກໍາມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຄະນະໜ່ວຍພັກ, ສະມາຊິກພັກ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມທັງໝົດ 13 ສະຫາຍ, ຍິງ 9 ສະຫາຍ.
ກອງປະຊຸມດັ່ງກ່າວໄດ້ຮັບຟັງການເຜີຍແຜ່-ເຊື່ອມຊຶມເອກະສານທີ່ສໍາຄັນ ຄື:
- ຄໍາສັ່ງຂອງກົມການເມືອງສູນກາງພັກ ເລກທີ 01/ກມສພ, ລົງວັນທິ 3 ມັງກອນ 2018 ວ່າດ້ວຍການເພີ່ມທະວີການ ກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ.
- ຄໍາແນະນໍາເພີ່ມເຕີມ ສະບັບເລກທີ 326/ຄປພ ຂບຊ, ລົງວັນທີ 14 ມິຖຸນາ 2021 ກ່ຽວກັບການກໍ່ສ້າງ ແລະ ກວດກາ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ.
- ດໍາເນີນການປະເມີນການກໍ່ສ້າງສະມາຊິກພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາ 06 ເດືອນຕົ້ນປີ 2023.
ໃນໂອກາດທີ່ມີຄວາມໝາຍສໍາຄັນນີ້ ກອງປະຊຸມຍັງໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍລະບອບ, ແບບແຜນມິທີເຮັດວຽກຂອງ ຄະນະໂຄສະນາອົບຮົມແຂວງ.
ໃນຕອນທ້າຍກອງປະຊຸມ, ຍັງໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນໍາຈາກ ສະຫາຍອຸດອນ ສອນສຸລິນ ກໍາມະການພັກ ແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ໃນວຽກງານຕໍ່ໜ້າໃຫ້ໄດ້ຮັບຜົນດີ, ພ້ອມກັນເສີມຂະຫຍາຍດ້ານດີ ແລະ ຕັ້ງ ໜ້າແກ້ໄຂດ້ານອ່ອນຂໍ້ຄົງຄ້າງຢ່າງໜັກແໜ້ນ.
ໃນຕອນບ່າຍຂອງວັນທີ 15 ມິຖຸນາ 2023 ໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງ ໄດ້ຈັດພິທີມອບໃບຢັ້ງ ຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປີ 2022 ຂຶ້ນ ພາຍໃຕ້ການເປັນປະທານຂອງ ສະຫາຍ ນ.ສຸດສະດາ ໂສພາ ເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ໃຫ້ກຽດເຂົ້າຮ່ວມກອງປະຊຸມ ໂດຍ ສະຫາຍ ອຸດອນ ສອນສຸລິນ ກໍາມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ; ມີຄະນະພັກ, ຄະນະໂຄສະນາອົບຮົມແຂວງ, ມີສະມາຊິກພັກ, ພະນັກງານ-ລັດຖະກອນ ພາຍໃນຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມທັງໝົດ 15 ສະຫາຍ, ຍິງ 09 ສະຫາຍ.
- ກອງປະຊຸມຍັງໄດ້ຮັບຟັງການຜ່ານບົດສະຫຼຸບຕີລາຄາສະມາຊິກພັກ, ການຈັດຕັ້ງພັກ ປີ 2022.
- ຜ່ານມະຕິຕົກລົງ ວ່າດ້ວຍການຮັບຮອງເອົາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2022 ໃຫ້ກຽດຂຶ້ນ ມອບ ໂດຍ ສະຫາຍ ອຸດອນ ສອນສຸລິນ ກໍາມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ.
ໃນພິທີດັ່ງກ່າວ ຍັງໄດ້ມີການທາບທາມບຸກຄະລາກອນ ກອງປະຊຸມໃຫຍ່ ຄັ້ງທີ VII ຂອງກໍາມະບານຮາກຖານ ຄະນະໂຄ ສະ ນາອົບຮົມແຂວງ ຮອບ 2 ແລະ ທາບທາມຜູ້ດໍາລົງຕໍາແໜ່ງບໍລິຫານ ປະເພດ 5 ແລະ 6 ອີກດ້ວຍ.
ໃນວັນທີ 25 ເມສາ 2023 ຄະນະໂຄສະນາອົບຮົມແຂວງ ບໍລິຄໍາໄຊ ໄດ້ຈັດກອງປະຊຸມສະຫຼຸບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ 5 ປີ 2016-2020 ວາງທິດທາງແຜນການຮອດປີ 2025 ແລະ ພິທີຍ້ອງຍໍຜົນງານ 5 ປີ 2016-2020 ຂຶ້ນ. ໃຫ້ກຽດເຂົ້າຮ່ວມເປັນປະທານກອງປະຊຸມໃນຄັ້ງນີ້ໂດຍ ທ່ານ ບຸນສົງ ເພັດຈະເລີນ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະຈັດ ຕັ້ງແຂວງ; ມີຫົວໜ້າ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ແຂກຖືກເຊີນຈາກຂົງເຂດການເມືອງ, ອົງການແນວລາວ ສ້າງຊາດແຂວງ ແລະ ພະນັກງານ-ລັດຖະກອນ ພາຍໃນຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.
- ກອງປະຊຸມໄດ້ຮັບຟັງການຜ່ານບົດສະຫຼຸບຜົນງານແຂ່ງຂັນຍ້ອງຍໍໃນຂະບວນການ ແຂ່ງຂັນ “ ຮັກຊາດ ແລະ ພັດທະ ນາ ” 5 ປີ ( 2016-2020 ) ແລະ ທິດທາງແຜນກາງຮອດປີ 2025.
- ຜ່ານບົດລາຍງານການຍ້ອງຍໍຜົນງານ 5 ປີ ( 2016-2020 ).
ຫຼັງຈາກນັ້ນ, ກໍໄດ້ມີການປະດັບຫຼຽນ ແລະ ມອບໃບຍ້ອງຍໍໃຫ້ແກ່ຜູ້ທີ່ມີຜົນງານດີເດັ່ນ ໃນໄລຍະຜ່ານມາ ປະກອບມີຄື:
- ມອບຫຼຽນໄຊແຮງງານ ຊັ້ນ III ໃຫ້ກົມກອງ ຄະນະໂຄສະນາອົບຮົມແຂວງ ບໍລິຄໍາໄຊ.
- ມອບຫຼຽນໄຊແຮງງານ ຊັ້ນ I ໃຫ້ບຸກຄົນດີເດັ່ນ ຈໍານວນ 02 ສະຫາຍ, ຍິງ 01 ສະຫາຍ.
- ມອບຫຼຽນໄຊແຮງງານ ຊັ້ນ II ໃຫ້ບຸກຄົນດີເດັ່ນ ຈໍານວນ 01 ສະຫາຍ, ຍິງ 01 ສະຫາຍ.
- ມອບໃບຍ້ອງຍໍລັດຖະບານ ຈໍານວນ 08 ສະຫາຍ, ຍິງ 07 ສະຫາຍ.
- ມອບໃບຊົມເຊີຍເຈົ້າແຂວງ ຈໍານວນ 02 ສະຫາຍ, ຍິງ 0 ສະຫາຍ.
ກອງປະຊຸມໄດ້ແຕ່ງຕັ້ງຄະນະຮັບຜິດຊອບວຽກງານແຂ່ງຂັນຍ້ອງຍໍ, ຮັກຊາດ ແລະ ພັດທະນາ, ພ້ອມທັງກໍາ ນົດເນື້ອໃນຂໍ້ ແຂ່ງຂັນຂອງຄະນະໂຄສະນາອົບຮົມແຂວງຂຶ້ນ ແລະ ຈັບມືແຂ່ງຂັນກັນ ເພື່ອພ້ອມກັນຈັດຕັ້ງປະຕິບັດຂໍ້ແຂ່ງຂັນ ໃຫ້ບັນລຸ ຕາມຈຸດປະສົງທີ່ວາງໄວ້.
ຕອນທ້າຍຂອງກອງປະຊຸມ ຍັງໄດ້ຮັບຟັງການໂອ້ລົມໃຫ້ທິດຊີ້ນໍາຂອງ ທ່ານ ບຸນສົງ ເພັດຈະເລີນ ຄະນະປະຈໍາພັກ ແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ ເຊິ່ງທ່ານໄດ້ເນັ້ນໜັກໃຫ້ຄະນະນໍາ, ຄະນະໂຄສະນາອົບຮົມແຂວງ ຕ້ອງເພີ່ມທະວີການ ນໍາພາ-ຊີ້ນໍາ, ບັນຊາ ແລະ ຕິດຕາມ ກວດກາ, ຜັນຂະຫຍາຍຕາມເນື້ອໃນທີ່ວາງໄວ້, ຖືເອົາວຽກແຂ່ງຂັນຮັກຊາດ ແລະ ພັດທະນາເປັນທັງທິດທາງລວມ, ເປັນເນື້ອໃນວຽກງານຢ່າງຈະແຈ້ງ, ທັງເປັນສະຕິ, ເປັນຫຼັກການໃນການນໍາພາ-ຊີ້ນໍາເຄື່ອນ ໄຫວ ແລະ ຄຸ້ມຄອງ, ເປັນມາດຕະຖານສໍາຄັນໃນການຕີລາຄາຄັດເລືອກວຽກດີ, ຄົນເດັ່ນ ໃນການປະຕິບັດໜ້າທີ່ວຽກງານ ເພື່ອຍ້ອງຍໍໃຫ້ຖືກຕ້ອງຕາມຄວາມເປັນຈິງ.
ເພື່ອແນໃສ່ເສີມຂະຫຍາຍທາດແທ້-ມູນເຊື້ອປະຕິວັດ, ນໍ້າໃຈເສຍສະຫຼະອົງອາດກ້າຫານ, ເດັດດ່ຽວໜຽວ ແໜ້ນ ບໍ່ຍອມ ຈໍານົນ ແລະ ຜົນງານໄຊຊະນະອັນໃຫຍ່ຫຼວງ ຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ທີ່ຍາດມາໄດ້ໃນໄລຍະ 62 ປີຜ່ານມາ.
ໃນຕອນເຊົ້າຂອງວັນທີ 04 ເມສາ 2023 ຢູ່ທີ່ສະໂມສອນໃຫຍ່ຂອງແຂວງບໍລິຄໍາໄຊ ໄດ້ຈັດພິທີໂຄສະນາ-ປາຖະກະຖາ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 62 ປີ ( 05 ເມສາ 1961-05 ເມສາ 2023 ), ໃຫ້ກຽດຂຶ້ນປາຖະ ກະຖາໃນ ຄັ້ງນີ້ໂດຍ ທ່ານ ປອ ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄໍາໄຊ, ມີຄະນະບໍລິຫານ ງານພັກແຂວງ, ປະທານແນວລາວສ້າງຊາດແຂວງ, ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ 11, ສະມາຊິກສະພາປະຊາ ຊົນແຂວງ, ນາຍທະຫານ, ນາຍຕໍາຫຼວດ, ພະນັກງານນັກຮົບ, ພະນັກງານອາວຸໂສບໍານານ, ຫົວໜ້າ, ຮອງພະແນກການ, ອົງ ການທຽບເທົ່າ, ອົງການຈັດຕັ້ງມະຫາຊົນ ແລະ ພະນັກງານ-ລັດຖະກອນ ອ້ອມຂ້າງແຂວງ ເຂົ້າຮ່ວມທັງໝົດ 262 ຄົນ, ຍິງ 75 ຄົນ.
ໃນພິທີດັ່ງກ່າວ ທ່ານ ປອ ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄໍາໄຊ ຕາງໜ້າ ການນໍາຂອງແຂວງ ກໍຄື ພະນັກງານ ແລະ ປະຊາຊົນບັນດາເຜົ່າຊາວແຂວງບໍລິຄໍາໄຊ ຍັງໃຫ້ກຽດຂຶ້ນມອບ ກະຕ່າຂອງຂວັນ ໃຫ້ແກ່ພາກສ່ວນດັ່ງກ່າວອີກດ້ວຍ.
ໃນວັນທີ 31 ມີນາ 2023 ຢູ່ທີ່ຫ້ອງປະຊຸມເບີ 04 ຊັ້ນ 3 ຫ້ອງວ່າການແຂວງ ຄະນະໂຄສະນາອົບຮົມແຂວງ ໄດ້ເປີດຊຸດ ອົບຮົມ ໃຫ້ມະຫາຊົນຜູ້ກ້າວໜ້າ ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນ ປະຕິວັດລາວ ຊຸດທີ I ປີ 2023 ຂຶ້ນ, ໃຫ້ກຽດ ເປັນປະທານໃນຄັ້ງນີ້ໂດຍ ສະຫາຍ ອຸດອນ ສອນສຸລິນ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີມະຫາຊົນກ້າວໜ້າ ມາຈາກຄະນະພັກຮາກຖານ, ໜ່ວຍພັກຮາກຖານ ອ້ອມຂ້າງແຂວງ ເຂົ້າຮ່ວມທັງໝົດ 39 ສະ ຫາຍ, ຍິງ 22 ສະຫາຍ.
ຈຸດປະສົງໃນການເປີດຊຸດອົບຮົມໃນຄັ້ງນີ້ ແມ່ນເພື່ອເຮັດໃຫ້ມະຫາຊົນຜູ້ກ້າວໜ້າ ທີ່ຈະຂະຫຍາຍ ເຂົ້າພັກເປັນສະ ມາຊິກພັກ ຮັບຮູ້-ເຂົ້າໃຈ ເບື້ອງຕົ້ນກ່ຽວກັບປະຫວັດ, ຄວາມເປັນມາ, ອຸດົມການ ແລະ ທາດແທ້ຂອງພັກປະຊາຊົນປະຕິ ວັດ ລາວ ເຂົ້າໃຈ ກ່ຽວກັບມາດຕະຖານ, ເງື່ອນໄຂຜູ້ທີ່ຈະເຂົ້າເປັນສະມາຊິກພັກ ແລະ ຜົນປະໂຫຍດທີ່ສະມາຊິກພັກໄດ້ຮັບ.
ບົນພຶ້ນຖານຄວາມຮັບຮູ້-ເຂົ້າໃຈດັ່ງກ່າວ ເຮັດໃຫ້ມະຫາຊົນຜູ້ກ້າວໜ້າ ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ມີມາດ ຖານ, ເງື່ອນໄຂຄົບຖ້ວນ ແລະ ມີຄວາມຕື່ນຕົວສະໝັກໃຈ ເຂົ້າເປັນສະມາຊິກພັກປະຊາຊົນ ປະຕິວັດລາວ ເພື່ອເພີ່ມພະລັງ ແຮງໃຫ້ແກ່ພັກນັບມື້ນັບຫຼາຍຂຶ້ນ.
ຊຸດອົບຮົມດັ່ງກ່າວ ໄດ້ຄົ້ນຄວ້າ-ເຊື່ອມຊຶມ ເອກະສານ ຈໍານວນ 13 ຄໍາຖາມ-ຄໍາຕອບ.
ໃນຕອນທ້າຍຂອງຊຸດອົບຮົມ ຍັງໄດ້ຮັບກຽດຟັງການໂອ້ລົມຂອງ ສະຫາຍ ອຸດອນ ສອນສຸລິນ ກໍາມະການພັກແຂວງ, ຫົວໜ້າ ຄະນະໂຄສະນາອົບຮົມແຂວງ ເຊິ່ງທ່ານໄດ້ເນັ້ນໜັກໃຫ້ ມະຫາຊົນຜູ້ກ້າວໜ້າທຸກສະຫາຍ ຈົ່ງຕັ້ງໜ້າຝຶກຝົນຫຼໍ່ຫຼອມ ຕົນເອງ ໃຫ້ກາຍເປັນຜູ້ທີ່ດີເດັ່ນໃນທຸກຂະບວນການຂອງວຽກງານ, ມີມາດຖານ ແລະ ເງື່ອນໄຂຄົບຖ້ວນ ເພື່ອເຂົ້າເປັນສະມາ ຊິກພັກປະຊາຊົນປະຕິວັດລາວ.
ມີ 4 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 21 |
![]() | ມື້ວານນີ້ | 68 |
![]() | ອາທິດນີ້ | 129 |
![]() | ເດືອນນີ້ | 825 |
![]() | ທັງໝົດ | 164597 |