ຊຸດຝຶກອົບຮົມວຽກງານ ການເມືອງ-ແນວຄິດ ແລະ ສັງລວມ-ຫາງສຽງສັງຄົມ ຢູ່ເມືອງປາກຊັນ

     

      ຊຸດຝຶກອົບຮົມ ເພື່ອສ້າງຂີດຄວາມສາມາດໃຫ້ຜູ້ຮັບຜິດຊອບວຽກງານການເມືອງ-ແນວຄິດ ແລະ ສັງ ລວມຫາງສຽງສັງຄົມ ຢູ່ເມືອງປາກຊັນ ແຂວງບໍລິຄໍາໄຊ ໄດ້ເປີດຂຶ້ນລະຫວ່າງໃນວັນທີ 9-10 ພະຈິກ 2023 ພາຍໃຕ້ການເປັນປະທານ ແລະ ກ່າວເປີດຊຸດອົບຮົມໂດຍ ສະຫາຍ ແສງອາລຸນ ແສງອາພອນ ຮອງເລຂາພັກເມືອງ, ຜູ້ຊີ້ນໍາວຽກງານແນວຄິດ, ວຽກພັກ-ພະນັກງານຂັ້ນເມືອງ; ດ້ວຍການເຂົ້າຮ່ວມຂອງ ສະຫາຍ ຄໍາໃສ ຄໍາພູບານ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍຄະນະຮັບຜິດຊອບຂັ້ນແຂວງ, ຂັ້ນເມືອງ ແລະ ມີຄະນະຮັບຜິດຊອບວຽກງານການເມືອງ-ແນວຄິດ ແລະ ຫາງສຽງສັງຄົມຂັ້ນເມືອງ, ພ້ອມດ້ວຍ ບັນດາເລຂາພັກບ້ານອ້ອມຂ້າງເທດສະບານ ເຂົ້າຮ່ວມທັງໝົດ 44 ສະຫາຍ, ຍິງ 10 ສະຫາຍ; ຊຸດອົບ ຮົມດັ່ງກ່າວ ໄດ້ເຜີຍແຜ່-ເຊື່ອມຊຶມ: ຄໍາສັ່ງ ຂອງຄະນະເລຂາທິການສູນກາງພັກ ເລກທີ 04/ຄລສພ ລົງວັນທີ 10 ກໍລະກົດ 2017 ວ່າດ້ວຍການເພີ່ມທະວີວຽກງານຕິດຕາມ, ເກັບກໍາສະພາບແນວຄິດ-ຫາງສຽງສັງຄົມໃນໄລຍະໃໝ່; ຄຳແນະນໍາຂອງຄະນະໂຄສະນາອົບຮົມສູນກາງພັກ ສະບັບເລກທີ 08/ຄອສພ, ລົງວັນທີ 31 ກໍລະກົດ 2017 ກ່ຽວກັບການຈັດຕັ້ງປະຕິບັດຄໍາສັ່ງ 04 ຂອງຄະນະເລຂາທິການສູນກາງພັກ ແລະ ບົດຮຽນ 04 ບົດ ຄື:

ບົດຮຽນທີ 01: ບັນຫາພື້ນຖານກ່ຽວກັບວຽກງານຫາງສຽງສັງຄົມ.

ບົດຮຽນທີ 02: ວິທີການເກັບກຳ ແລະ ນໍາໃຊ້ຫາງສຽງສັງຄົມເຂົ້າໃນວຽກງານການເມືອງ-ແນວຄິດ.

ບົດຮຽນທີ 03: ຕານ່າງເພື່ອນຮ່ວມງານ.

ບົດຮຽນທີ 04: ວຽກງານຄົ້ນຄວ້າ-ສັງລວມ.

    ພາຍຫຼັງເຊື່ອມຊຶມເອກະສານ ກໍໄດ້ສົນທະນາ ຖາມ-ຕອບ, ແລກ-ປ່ຽນບົດຮຽນ ກ່ຽວກັບບັນຫາຫາງສຽງຕ່າງໆ, ເຮັດໃຫ້ຄະນະຮັບຜິດຊອບຂັ້ນເມືອງ ໄດ້ມີຄວາມຮັບຮູ້-ເຂົ້າໃຈຢ່າງເລິກເຊິ່ງຕໍ່ຄວາມໝາຍ, ຄວາມສໍາຄັນ, ຈຸດປະສົງ, ໜ້າທີ່ ຂອງວຽກງານດັ່ງກ່າວຫຼາຍຂຶ້ນ ລວມທັງການຮູ້ເກັບກໍາ, ວິເຄາະ, ວິໄຈ ບັນຈຸເນື້ອໃນຂອງບັນຫາເຂົ້າໃນຮ່າງບົດລາຍງານ, ເຊິ່ງສາມາດຕີລາຄາຜົນໄດ້ຮັບຄື: ກ່ອນການຝຶກອົບຮົມຄະນະຮັບຜິດ ຊອບຂັ້ນເມືອງ ມີຄວາມຮັບຮູ້-ເຂົ້າໃຈຕໍ່ວຽກງານດັ່ງກ່າວ ພຽງ 64,54%, ພາຍຫຼັງຝຶກອົບຮົມ ແມ່ນມີຄວາມຮັບຮູ້-ເຂົ້າໃຈເຖິງ 90%.

      + ໃນຕອນທ້າຍຂອງຊຸດອົບຮົມ ຍັງໄດ້ຮັບກຽດຟັງການໂອ້ລົມ ຈາກສະຫາຍ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກແນວຄິດ,​ວຽກພັກ-ພະນັກງານ, ຫົວໜ້າຄະນະຮັບຜິດຊອບວຽກງານການເມືອງ-ແນວຄິດ ແລະ ຕິດຕາມ, ເກັບກໍາສະພາບແນວຄິດ-ຫາງສຽງສັງຄົມຂັ້ນແຂວງ, ເຊິ່ງທ່ານໄດ້ຊີ້ໃຫ້ເຫັນເຖິງຄວາມສໍາຄັນຂອງວຽກງານເກັບກໍາສະພາບແນວຄິດ-ຫາງສຽງສັງຄົມ ແມ່ນວຽກງານໜຶ່ງທີ່ສໍາຄັນຂອງພັກ ໃນການຕິດຕາມ, ກວດກາການ ຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ລະບຽບກົດໝາຍຂອງລັດ, ເກັບກໍາເພື່ອເສີມຂະຫຍາຍດ້ານດ້ານໜ້າ ແລະ ຄົ້ນຄວ້າຫາວິທີແກ້ໄຂສິ່ງຫຍໍ້ທໍ້ໃຫ້ຖືກຕ້ອງ ແລະ ທ່ວງທັນກັບສະພາບການ; ເຊິ່ງທ່ານໄດ້ຮຽກຮ້ອງໃຫ້ການນໍາຂອງເມືອງ ພ້ອມດ້ວຍຄະນະຮັບຜິດຊອບວຽກງານດັ່ງກ່າວຂັ້ນເມືອງ ໃຫ້ເອົາໃຈໃສ່ນໍາພາ-ຊີ້ນໍາ ແລະເພີ່ມທະວີຄວາມຮັບຜິດ ຊອບຂອງຕົນ ເຄື່ອນໄຫວວຽກງານດັ່ງກ່າວໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ ເພື່ອໃຫ້ສັງຄົມມີຄວາມສະຫງົບ ແລະ ປະຊາຊົນມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ-ລັດເຮົາ.

ຊົມເຊີຍວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 40 ປີ

ວີດີໂອ....

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

ຈຳນວນຄົນອອນໄລ໌ທ

ມີ 14  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

164600
ມື້ນີ້ມື້ນີ້24
ມື້ວານນີ້ມື້ວານນີ້68
ອາທິດນີ້ອາທິດນີ້132
ເດືອນນີ້ເດືອນນີ້828
ທັງໝົດທັງໝົດ164600