ໃນວັນທີ 08 ພະຈິກ 2023 ຄະນະໂຄສະນາອົບຮົມແຂວງ ນໍາພາໂດຍ ທ່ານ ຄໍາໃສ ຄໍາພູບານ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຕິດຕາມ, ຊຸກຍູ້ວຽກງານຮາກຖານຕາມສາຍຕັ້ງ ຢູ່ເມືອງປາກຊັນ; ໃນໂອກາດດັ່ງກ່າວ ໄດ້ເຂົ້າພົບການນໍາຂອງເມືອງ, ໃຫ້ກຽດຕ້ອນຮັບໂດຍ ທ່ານ ນາງ ຄໍາເພັດ ດວງມະນີ ຮອງເລຂາພັກເມືອງ ປະທານກວດກາພັກເມືອງ ເພື່ອແຈ້ງຈຸດປະສົງໃນການລົງມາເຮັດວຽກສາຍຕັ້ງ, ກະຕຸກຊຸກຍູ້, ຕິດຕາມວຽກງານໂຄສະນາອົບຮົມເມືອງ ໃນການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2023, ແລກປ່ຽນບົດຮຽນໃນການເຄື່ອນໄຫວວຽກງານຂອງ ຄະນະໂຄສະນາອົບຮົມແຂວງ ແລະ ຄະນະໂຄສະນາອົບຮົມເມືອງ, ພ້ອມທັງຝຶກອົບຮົມໃຫ້ຄະນະຮັບຜິດຊອບວຽກງານການເມືອງ-ແນວຄິດ ແລະ ຕິດຕາມ, ເກັບກໍາສະພາບແນວຄິດ-ຫາງສຽງສັງຄົມ. ເຊິ່ງສະຫາຍຮອງເລຂາພັກເມືອງ ໄດ້ມີຄໍາເຫັນຕໍ່ການເຄື່ອນໄຫວວຽກງານຂອງຄະນະໂຄສະນາອົບຮົມເມືອງ ໂດຍພາຍໃຕ້ການນໍາພາ-ຊີ້ນໍາ ຈາກການນໍາເມືອງຢ່າງໃກ້ຊິດ ເຫັນວ່າວຽກງານໂຄສະນາອົບຮົມຂອງເມືອງ ສາມາດເຄື່ອນໄຫວຕາມພາລະບົດບາດ-ໜ້າທີ່ ໄດ້ເປັນຢ່າງດີ.
ຈາກນັ້ນ, ໄດ້ເຮັດວຽກຮ່ວມກັບຄະນະໂຄສະນາອົບຮົມເມືອງ ໄດ້ຮັບຟັງການລາຍງານຫຍໍ້ວຽກງານໂຄສະນາອົບຮົມຂອງເມືອງ ໃນໄລຍະໜຶ່ງປີຜ່ານມາຈາກ ທ່ານ ແກ້ວວິໄລ ໄຊຍະຈັກ ກໍາມະການພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງ; ກອງປະຊຸມ ໄດ້ມີຄໍາເຫັນແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ລະຫວ່າງຂະແໜງການຂັ້ນແຂວງ, ໜ່ວຍງານຂັ້ນເມືອງ ໃນວຽກຕ່າງໆຮ່ວມກັນຕື່ມອີກ.
ມີ 10 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 23 |
![]() | ມື້ວານນີ້ | 68 |
![]() | ອາທິດນີ້ | 131 |
![]() | ເດືອນນີ້ | 827 |
![]() | ທັງໝົດ | 164599 |