ລົງຕິດຕາມ, ຊຸກຍູ້ ວຽກງານໂຄສະນາອົບຮົມ ຢູ່ເມືອງໄຊຈໍາພອນ

       

       ໃນວັນທີ  25 ກັນຍາ 2023 ທີ່ຜ່ານມາ ຄະນະໂຄສະນາອົບຮົມແຂວງ ໄດ້ລົງເຄື່ອນໄຫວຕິດຕາມ, ຊຸກຍູ້ວຽກງານ ຕາມສາຍຕັ້ງຢູ່ ເມືອງ ໄຊຈໍາພອນ ນໍາໂດຍ ສະຫາຍ ນ. ສຸດສະດາ ໂສພາ ເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາແຂວງບໍລິຄຳໄຊ ພ້ອມດ້ວຍຄະນະໄດ້ພົບປະແລກປ່ຽນບົດຮຽນ ແລະ ເຮັດວຽກຮ່ວມກັບ ຄະນະໂຄສະນາອົບຮົມເມືອງ, ໄດ້ຮັບຟັງການລາຍງານຫຍໍ້ວຽກງານໂຄສະນາອົບຮົມຂອງເມືອງ ໃນໄລຍະໜຶ່ງປີຜ່ານມາຈາກ ສະຫາຍ ໄຂ ແສງມະນີ ຮອງຫົວໜ້າຄະນະໂຄສະນາອົບຮົມເມືອງ; ກອງປະຊຸມ ໄດ້ມີຄໍາເຫັນແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໃນວຽກງານຕ່າງໆ ຮ່ວມກັນໃນວຽກງານຕ່າງໆ ໂດຍສະເພາະ ວຽກງານບໍລິຫານ, ວຽກງານໂຄສະນາ, ວຽກງານອົບຮົມ ແລະ ວຽກງານເກັບກໍາສະພາບ-ຫາງສຽງສັງຄົມ.

 ໃນຕອນທ້າຍ ຍັງໄດ້ຮັບຟັງການມີຄໍາເຫັນຊີ້ນໍາໃນການຈັດຕັ້ງປະຕິບັດວຽກງານໂຄສະນາ ໃນຕໍ່ໜ້າ ຈາກສະຫາຍ ນ. ສຸດສະ ດາ ໂສພາ ເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ອີກດ້ວຍ.

 

ຊົມເຊີຍວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 40 ປີ

ວີດີໂອ....

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

ຈຳນວນຄົນອອນໄລ໌ທ

ມີ 5  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

164597
ມື້ນີ້ມື້ນີ້21
ມື້ວານນີ້ມື້ວານນີ້68
ອາທິດນີ້ອາທິດນີ້129
ເດືອນນີ້ເດືອນນີ້825
ທັງໝົດທັງໝົດ164597