ຊຸດຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ແລະ ການສ້າງບ້ານພັດທະນາ ຢູ່ບ້ານໂພນສີ ເມືອງໄຊຈໍາພອນ

     

      ໃນຕອນເຊົ້າຂອງວັນທີ 25 ກັນຍາ 2023 ໄດ້ເປີດຊຸດອົບຮົມຄວາມຮູ້ພື້ນຖານດ້ານເມືອງ-ການປົກຄອງ ແລະ ການສ້າງບ້ານພັດທະນາ ຢູ່ບ້ານໂພນສີ ເມືອງໄຊຈໍາພອນ ແຂວງບໍລິຄໍາໄຊ ຂຶ້ນ; ພາຍໃຕ້ການເປັນປະທານ ຂອງສະຫາຍ ອຸດົມ ໄຊຍວນຕາ ຮອງເລຂາພັກເມືອງ, ຮອງເຈົ້າເມືອງ ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ດ້ວຍການເຂົ້າຮ່ວມຂອງ ສະຫາຍ ນາງ ສຸດສະດາ ໂສພາ ເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ; ມີເລຂາພັກບ້ານ, ຮອງເລຂາໜ່ວຍພັກ, ສະມາຊິກພັກ, ນາຍບ້ານ, ຮອງນາຍບ້ານ, ຫົວໜ້າໜ່ວຍງານຂັ້ນບ້ານ, ປະທານແນວໂຮມ, ສະຫະພັນນັກຮົບເກົ່າ, ຫົວໜ້າອົງການຈັດຕັ້ງມະຫາຊົນ ແລະ ປະຊາຊົນຫຼັກແຫຼ່ງຂອງບ້ານ ຈໍານວນ 05 ບ້ານເຂົ້າຮ່ວມຄື: ບ້ານໂພນສີ, ບ້ານໂພນງາມ, ບ້ານນໍ້າສັກ, ບ້ານສົບຄີ ແລະ ບ້ານພຽງດີ.


    ຈຸດປະສົງໃນການຝຶກອົບຮົມ ແມ່ນເພື່ອເຮັດໃຫ້ ສະມາຊິກພັກ, ພະນັກງານ ແລະ ປະຊາຊົນຢູ່ຮາກຖານບ້ານ ມີຄວາມຮັບຮູ້-ເຂົ້າໃຈ ກ່ຽວກັບຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ແລະ ການສ້າງບ້ານພັດທະນາ, ເສີມຂະຫຍາຍມູນເຊື້ອຂອງຊາດ, ຍົກສູງຄວາມສາມາດນໍາພາຂອງໜ່ວຍພັກບ້ານ, ການສ້າງບ້ານເປັນຫົວໜ່ວຍພັດທະນາ ແລະ ການແກ້ໄຂຄວາມທຸກຍາກ; ຮັບຮູ້ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກຢ່າງຖືກຕ້ອງ, ເຮັດໃຫ້ອົງການປົກຄອງບ້ານມີຄວາມເຂັ້ມແຂງ, ໜັກແໜ້ນ ສາມາດນໍາພາແກ້ໄຂຄວາມທຸກຍາກຂອງປະຊາຊົນ ໃຫ້ບັນລຸຕາມຄາດໝາຍທີ່ພັກເຮົາວາງອອກ.


     ຝຶກອົບຮົມໃນຄັ້ງນີ້ ໄດ້ຮັບຟັງການເຜີຍແຜ່-ເຊື່ອມຊຶມ ເອກະສານທີ່ສໍາຄັນ ຈໍານວນ 05 ບົດຄື:
     - ບົດທີ 1: ຊາດລາວ, ຄົນລາວ ແລະ ມູນເຊື້ອອັນສະຫງ່າລາສີ ຂອງປະຊາຊົນລາວ.
    - ບົດທີ 2: ລະບົບການເມືອງ ແລະ ການປົກຄອງ ຢູ່ ສປປ ລາວ.
    - ບົດທີ 3: ຍົກສູງຄວາມສາມາດນໍາພາຂອງໜ່ວຍພັກບ້ານ,ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ.
    - ບົດທີ 4: ການສ້າງບ້ານພັດທະນາ.
    - ບົດທີ 5: ການແກ້ໄຂຄວາມທຸກຍາກ ດ້ວຍການຜະລິດເປັນສິນຄ້າ.

ຊົມເຊີຍວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 40 ປີ

ວີດີໂອ....

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

ຈຳນວນຄົນອອນໄລ໌ທ

ມີ 3  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

164591
ມື້ນີ້ມື້ນີ້15
ມື້ວານນີ້ມື້ວານນີ້68
ອາທິດນີ້ອາທິດນີ້123
ເດືອນນີ້ເດືອນນີ້819
ທັງໝົດທັງໝົດ164591