ຫວຽດນາມຊ່ວຍຍົກລະດັບພະນັກງານຫລັກແຫລ່ງໂຄສະນາອົບຮົມຂອງລາວ

   

      ໃນວັນທີ​ 15​ ​ກັນຍາ​ 2023 ທີ່ຜ່ານມາ, ສະຖາບັນການເມືອງແຫ່ງຊາດ​ໂຮ່ຈີມິນ,​ ສສ ຫວຽດນາມ​ ໄດ້ເປີດຊຸດບໍາລຸງວຽກງານໂຄສະນາອົບຮົມໃຫ້ແກ່ພະນັກງານຫລັກແຫລ່ງ​ ຂອງ​ ສປປ​ ລາວ​ ປະຈໍາປີ​ 2023​ ​ຢ່າງເປັນທາງການ;​ ເປັນກຽດເຂົ້າຮ່ວມໂດຍ​ ສະຫາຍ​ ຮສຈ.ປອ ເຢືອງ​ຈູງອີ ຮອງຫົວໜ້າສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ,​ ມີບັນດາສະຫາຍຕາງໜ້າສະຖານທູດລາວປະຈໍາ ສສ​ ​ຫວຽດນາມ,​ ຕາງໜ້າຄະນະຈັດຕັ້ງສູນກາງພັກ,​ ຄະນະພົວພັນການຕ່າງປະເທດ,​ ແຂກຖືກເຊີນ,​ ພາກສ່ວນກ່ຽວຂ້ອງ​ພ້ອມດ້ວຍນັກຝຶກອົບຮົມເຂົ້າຮ່ວມຢ່າງພ້ອມພຽງ.

   ນັກຝຶກອົບຮົມທີ່ເຂົ້າຮ່ວມໃນຄັ້ງນີ້,​ ມີທັງໝົດ​ 15​ ສະຫາຍ,​ ຍິງ​ 4​ ສະຫາຍ,​ ຈາກ​ຄະນະໂຄສະນາອົບຮົມສູນກາງພັກ​ 2​ ສະຫາຍ,​ ຍິງ​ 1,​ ສະຖາບັນການເມືອງ-ການປົກຄອງແຫ່ງຊາດ​ 1​ ​ສະຫາຍ,​ ຄະນະໂຄສະນາອົບບັນດາແຂວງ​ 12​ ສະຫາຍ,​ ຍິງ​ 3​ ສະຫາຍ.​ ຊຶ່ງນໍາພາຄະນະໂດຍ​ ສະຫາຍ​ ອຸດອນ​ ສອນສຸລິນ​ ກໍາມະການພັກແຂວງ,​ ຫົວໜ້າຄະນະໂຄສະນາອົບຮົມແຂວງບໍລິຄໍາໄຊ.​

      ການຝຶກອົບຮົມຄັ້ງນີ້​ ຕົ້ນຕໍແມ່ນເລັ່ງໃສ່ດ້ານທິດສະດີ​ລວມມີ​ 25 ຫົວຂໍ້​ ​ຊຶ່ງນໍາສະເໜີໂດຍ​ ບັນດາສະຫາຍການນໍາ​, ຄູອາຈານ​ຈາກສໍານັກງານ-ສະຖາບັນຕ່າງໆທີ່ປ່ຽມລົ້ນໄປດ້ວຍປະສົບການຄວາມຊໍານານໃນໜ້າທີ່ວຽກງານທີ່ອຸດົມສົມບູນ; ການຝຶກອົບຮົມຄັ້ງນີ້​ ຈະໄດ້ດໍາເນີນເປັນເວລາ​ 2 ​ເດືອນ​ ຈຶ່ງຈະສໍາເລັດ.

ຊົມເຊີຍວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 40 ປີ

ວີດີໂອ....

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

ຈຳນວນຄົນອອນໄລ໌ທ

ມີ 11  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

164599
ມື້ນີ້ມື້ນີ້23
ມື້ວານນີ້ມື້ວານນີ້68
ອາທິດນີ້ອາທິດນີ້131
ເດືອນນີ້ເດືອນນີ້827
ທັງໝົດທັງໝົດ164599