ເພື່ອສ້າງຂີດຄວາມສາມາດ ໃຫ້ຄະນະຮັບຜິດຊອບວຽກງານການເມືອງ-ແນວຄິດ ແລະ ສັງລວມ-ຫາງສຽງສັງຄົມຢູ່ຂັ້ນເມືອງ ໃຫ້ມີຄວາມໜັກແໜ້ນ-ເຂັ້ມແຂງ.
ໃນວັນທີ 28-29 ສິງຫາ 2023 ຄະນະໂຄສະນາອົບຮົມເມືອງປາກກະດິງ ໄດ້ເປີດຊຸດອົບຮົມວຽກງານການເມືອງ-ແນວຄິດ ແລະ ສັງລວມ-ຫາງສຽງສັງຄົມຂຶ້ນ ໂດຍການເປັນປະທານຂອງ ທ່ານ ພູເຂົາເງິນ ອິນທະວົງ ກໍາມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງປາກກະດິງ, ເປັນກຽດເຂົ້າຮ່ວມຂອງທ່ານ ອຸດອນ ສອນສຸລິນ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ. ມີຄະນະຮັບຜິດຊອບວຽກງານການເມືອງ-ແນວຄິດ ແລະ ຕິດຕາມ, ເກັບກໍາສະພາບແນວຄິດ-ຫາງສຽງສັງຄົມຂັ້ນເມືອງ ແລະ ບ້ ານ ເຂົ້າຮ່ວມ 53 ທ່ານ, ຍິງ 09 ທ່ານ; ຊຸດອົບຮົມດັ່ງກ່າວ ໄດ້ເຜີຍແຜ່-ເຊື່ອມຊຶມບັນດານິຕິກໍາທີ່ກ່ຽວຂ້ອງ ແລະ ບົດຮຽນ 04 ບົດ ຄື:
- ຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ເລກທີ 04/ຄລສພ, ລົງວັນທີ 10 ກໍລະກົດ 2017 ວ່າດ້ວຍການເພີ່ມທະວີວຽກງານຕິດຕາມ, ເກັບກໍາສະພາບແນວຄິດ-ຫາງສຽງສັງຄົມໃນໄລຍະໃໝ່.
- ຄຳແນະນໍາຂອງຄະນະໂຄສະນາອົບຮົມສູນກາງພັກ ສະບັບເລກທີ 08/ຄອສພ, ລົງວັນທີ 31 ກໍລະກົດ 2017 ກ່ຽວກັບການຈັດຕັ້ງປະຕິບັດຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ເລກທີ 04/ຄລສພ.
ບົດຮຽນທີ 01: ບັນຫາພື້ນຖານກ່ຽວກັບວຽກງານຫາງສຽງສັງຄົມ.
ບົດຮຽນທີ 02: ວິທີການເກັບກຳ ແລະ ນໍາໃຊ້ຫາງສຽງສັງຄົມເຂົ້າໃນວຽກງານການເມືອງ-ແນວຄິດ.
ບົດຮຽນທີ 03: ຕາໜ່າງເພື່ອນຮ່ວມງານ.
ບົດຮຽນທີ 04 ວຽກງານຄົ້ນຄວ້າ-ສັງລວມ.
ໃນຕອນທ້າຍຂອງຊຸດອົບຮົມ ຍັງໄດ້ຮັບກຽດຟັງການໂອ້ລົມຂອງ ທ່ານ ອຸດອນ ສອນສຸລິນ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ເຊິ່ງທ່ານໄດ້ຊີ້ໃຫ້ເຫັນເຖິງຄວາມສໍາຄັນຂອງວຽກງານດັ່ງກ່າວ ແມ່ນວຽກງານທີ່ຈໍາເປັນ ຕໍ່ບົດບາດການນໍາພາ-ຊີ້ນໍາຂອງພັກ, ເຊິ່ງທ່ານໄດ້ຮຽກຮ້ອງໃຫ້ການນໍາຂອງເມືອງ ພ້ອມດ້ວຍ ຄະນະຮັບຜິດຊອບຂັ້ນເມືອງ ໃຫ້ເອົາໃຈໃສ່ນໍາພາ-ຊີ້ນໍາ, ການຄຸ້ມຄອງຂອງລັດ ແລະ ເພີ່ມທະວີຄວາມຮັບຜິດ ຊອບຂອງຕົນ ເຄື່ອນໄຫວວຽກງານດັ່ງກ່າວ ໃຫ້ມີຄວາມໜັກແໜ້ນ-ເຂັ້ມແຂງ, ເຮັດໃຫ້ບັນດາຫາງສຽງສັງຄົມ ໄດ້ຮັບການແກ້ໄຂທ່ວງທັນສະພາບການ ແລະ ຖືກຕ້ອງ-ສອດຄ່ອງກັບລະບຽບກົດ ໝາຍ, ເພື່ອໃຫ້ສັງຄົມມີຄວາມສະຫງົບ ແລະ ປະຊາຊົນມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ-ລັດເຮົາ.
ມີ 11 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 16 |
![]() | ມື້ວານນີ້ | 68 |
![]() | ອາທິດນີ້ | 124 |
![]() | ເດືອນນີ້ | 820 |
![]() | ທັງໝົດ | 164592 |