ເພື່ອເປັນການລະນຶກເຖິງຄຸນງາມຄວາມດີ ແລະ ວິລະກໍາຕໍ່ສູ້ອັນອົງອາດກ້າຫານ ແລະ ບັນດາຜົນງານ-ໄຊຊະນະອັນ ໃຫຍ່ຫຼວງ ຂອງກອງທັບປະຊາຊົນລາວ ຍາດມາໄດ້ຕະຫຼອດໄລຍະ 74 ປີທີ່ຜ່ານມາ.
ໃນຕອນເຊົ້າຂອງວັນທີ 20 ມັງກອນ 2023 ຢູ່ທີ່ສະໂມສອນໃຫຍ່ຂອງແຂວງບໍລິຄໍາໄຊ ໄດ້ຈັດພິທີໂຄສະນາ-ປາຖະກະຖາ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ ( 20/01/1949-20/01/2023 ), ໃຫ້ກຽດຂຶ້ນປາຖະກະຖາ ໃນຄັ້ງ ນີ້ໂດຍ ທ່ານ ປອ ສຸວັນນີ ໄຊຊະນະ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ມີຄະນະບໍລິຫານງານພັກແຂວງ, ປະທານ ແນວລາວສ້າງຊາດແຂວງ, ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ 11, ສະມາຊິກສະພາປະຊາຊົນແຂວງ, ນາຍທະ ຫານ, ນາຍຕໍາຫຼວດ, ພະນັກງານນັກຮົບ, ຫົວໜ້າ, ຮອງພະແນກການ, ອົງການທຽບເທົ່າ, ອົງການຈັດຕັ້ງມະຫາຊົນ ແລະ ພະ ນັກງານ-ລັດຖະກອນ ອ້ອມຂ້າງແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີດັ່ງກ່າວ ທ່ານ ປອ ສຸວັນນີ ໄຊຊະນະ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ຕາງໜ້າການນໍາ ຂອງ ແຂວງ ກໍຄື ພະນັກງານ ແລະ ປະຊາຊົນບັນດາເຜົ່າຊາວແຂວງບໍລິຄໍາໄຊ ຍັງໃຫ້ກຽດຂຶ້ນມອບ ກະຕ່າດອກໄມ້ ແລະ ກະຕ່າ ຂອງຂວັນ ໃຫ້ແກ່ພາກສ່ວນດັ່ງກ່າວອີກດ້ວຍ.
ມີ 28 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 8 |
![]() | ມື້ວານນີ້ | 54 |
![]() | ອາທິດນີ້ | 43 |
![]() | ເດືອນນີ້ | 1937 |
![]() | ທັງໝົດ | 140273 |