ໃນວັນທີ 19-20 ທັນວາ 2022 ຄະນະໂຄສະນາອົບຮົມເມືອງບໍລິຄັນ ໄດ້ເປີດຊຸດອົບຮົມວຽກງານການເມືອງ-ແນວຄິດ ແລະ ສັງລວມ-ຫາງສຽງສັງຄົມຂຶ້ນ ເພື່ອສ້າງຂີດຄວາມສາມາດ ໃຫ້ຄະນະຮັບຜິດຊອບ ວຽກງານການເມືອງ-ແນວຄິດ ແລະ ສັງ ລວມ-ຫາງສຽງສັງຄົມຢູ່ຂັ້ນເມືອງ ໃຫ້ມີຄວາມໜັກແໜ້ນ-ເຂັ້ມແຂງ. ໂດຍການເປັນປະທານ ຂອງ ທ່ານ ວັນເລີນ ປຸ້ຍໄມນີ ກໍາມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງບໍລິຄັນ, ເປັນກຽດເຂົ້າຮ່ວມຂອງທ່ານ ລາວປາວຊົ່ງ ນະວົງໄຊ ກໍາມະການ ສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ແລະ ທ່ານ ອຸດອນ ສອນສຸລິນ ກໍາມະການພັກແຂວງ, ຫົວໜ້າ ຄະນະໂຄສະນາອົບຮົມແຂວງ. ມີຄະນະຮັບຜິດຊອບວຽກງານຕິດຕາມ, ເກັບກໍາສະພາບແນວຄິດ-ຫາງສຽງສັງຄົມຂັ້ນເມືອງ ເຂົ້າຮ່ວມ 25 ທ່ານ, ຍິງ 09 ທ່ານ; ຊຸດອົບຮົມດັ່ງກ່າວ ໄດ້ຄົ້ນຄວ້າ-ເຊື່ອມຊຶມບັນດານິຕິກໍາທີ່ສໍາຄັນຄື:
- ຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ເລກທີ 04/ຄລສພ, ລົງວັນທີ 10 ກໍລະກົດ 2017 ວ່າດ້ວຍການ ເພີ່ມທະ ວີວຽກງານຕິດຕາມ, ເກັບກໍາສະພາບແນວຄິດ-ຫາງສຽງສັງຄົມໃນໄລຍະໃໝ່.
- ຄຳແນະນໍາຂອງຄະນະໂຄສະນາອົບຮົມສູນກາງພັກ ສະບັບເລກທີ 08/ຄອສພ, ລົງວັນທີ 31 ກໍລະ ກົດ 2017 ກ່ຽວກັບ ການ ຈັດຕັ້ງປະຕິບັດຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ເລກທີ 04/ຄລສພ.
- ບັນຫາພື້ນຖານກ່ຽວກັບວຽກງານຫາງສຽງສັງຄົມ.
- ວິທີການເກັບກຳ ແລະ ນໍາໃຊ້ຫາງສຽງສັງຄົມເຂົ້າໃນວຽກງານການເມືອງ-ແນວຄິດ.
- ຕາໜ່າງເພື່ອນຮ່ວມງານ.
ໃນຕອນທ້າຍຂອງຊຸດອົບຮົມ ຍັງໄດ້ຮັບກຽດຟັງການໂອ້ລົມຂອງ ທ່ານ ລາວປາວຊົ່ງ ນະວົງໄຊ ກໍາມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ເຊິ່ງທ່ານໄດ້ຮຽກຮ້ອງໃຫ້ການນໍາຂອງເມືອງ ພ້ອມດ້ວຍ ຄະນະຮັບ ຜິດຊອບ ວຽກງານຕິດຕາມ, ເກັບກໍາສະພາບແນວຄິດ-ຫາງສຽງສັງຄົມ ໃຫ້ເອົາໃຈໃສ່ນໍາພາ-ຊີ້ນໍາ ແລະ ເພີ່ມທະວີຄວາມຮັບຜິດຊອບ ຂອງຕົນເຄື່ອນໄຫວວຽກງານດັ່ງກ່າວ ໃຫ້ມີຄວາມໜັກແໜ້ນ-ເຂັ້ມແຂງ, ເຮັດໃຫ້ບັນດາຫາງສຽງສັງຄົມໄດ້ຮັບ ການແກ້ໄຂ ທ່ວງທັນສະພາບການ ແລະ ຖືກຕ້ອງ-ສອດຄ່ອງກັບລະບຽບກົດໝາຍ, ເພື່ອໃຫ້ສັງຄົມມີຄວາມສະຫງົບ ແລະ ປະຊາຊົນ ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ-ລັດເຮົາ.
ມີ 2 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 3 |
![]() | ມື້ວານນີ້ | 54 |
![]() | ອາທິດນີ້ | 38 |
![]() | ເດືອນນີ້ | 1932 |
![]() | ທັງໝົດ | 140268 |