ເພື່ອຫວນຄືນມູນເຊື້ອປະຫວັດຄວາມເປັນມາ ແລະ ເຫັນໄດ້ຜົນສໍາເລັດແຫ່ງການປົກປັກຮັກສາ ແລະ ພັດທະນາປະ ເທດຊາດ; ຮັບຮູ້-ເຂົ້າໃຈເຖິງ ຄຸນງາມຄວາມດີອັນປະເສີດເລີດລໍ້າຂອງ ປະທານ ໄກສອນ ພົມວິຫານ ວິລະບູລຸດຂອງຊາດລາວ ເຮົາ.
ໃນຕອນເຊົ້າຂອງວັນທີ 01 ທັນວາ 2022 ຢູ່ທີ່ສະໂມສອນໃຫຍ່ຂອງແຂວງບໍລິຄໍາໄຊ ໄດ້ຈັດຕັ້ງພິທີໂຄສະນາ-ປາຖະກະຖາ ວັນສະຖາປະນາ ສປປ ລາວ ຄົບຮອບ 47 ປີ (02/12/1975 -02/12/2022) ແລະ ວັນເກີດ ຂອງປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ( 13/12/ 1920-13/12/2022), ໃຫ້ກຽດຂຶ້ນປາຖະກະຖາໃນຄັ້ງນີ້ໂດຍ ທ່ານ ປອ ກອງແກ້ວ ໄຊສົງຄາມ ກໍາມະ ການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄໍາໄຊ, ມີຄະນະບໍລິຫານງານພັກແຂວງ, ປະທານແນວລາວສ້າງຊາດແຂວງ, ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ 11, ສະມາຊິກສະພາປະຊາຊົນແຂວງ, ນາຍທະຫານ, ນາຍຕໍາຫຼວດ, ພະນັກ ງານນັກຮົບ, ຫົວໜ້າ, ຮອງພະແນກການ, ອົງການທຽບເທົ່າ, ອົງການຈັດຕັ້ງມະຫາຊົນ, ກອງທຶນ ໜຶ່ງດວງໃຈບໍລິຄໍາໄຊ ຊ່ວຍ ເຫຼືອສັງຄົມ ແລະ ພະນັກງານ-ລັດຖະກອນ ອ້ອມຂ້າງແຂວງ ເຂົ້າຮ່ວມທັງໝົດ 243 ທ່ານ, ຍິງ 78 ທ່ານ.
ມີ 7 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 57 |
![]() | ມື້ວານນີ້ | 40 |
![]() | ອາທິດນີ້ | 479 |
![]() | ເດືອນນີ້ | 363 |
![]() | ທັງໝົດ | 136615 |