ໃນວັນທີ 24 ພະຈິກ 2022 ທີ່ຜ່ານມານີ້ ຄະນະຮັບຜິດຊອບລົງຊຸກຍູ້ວຽກງານການເມືອງ-ແນວຄິດ, ກໍຄືວຽກງານໂຄສະນາ ອົບຮົມຕາມສາຍຕັ້ງຢູ່ ເມືອງ ທ່າພະບາດ ນໍາໂດຍ ສະຫາຍ ອຸດອນ ສອນສຸລິນ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາ ແຂວງບໍລິຄຳໄຊ ໃຫ້ກຽດຕ້ອນຮັບຈາກ ສະຫາຍ ສະຫວັນເພັດ ຈັນທະວົງສາ ຮອງເລຂາພັກເມືອງ ຜູ້ຊີ້ນໍາວຽກງານການ ເມືອງ-ແນວຄິດ, ວຽກພັກ, ພ້ອມທັງໄດ້ຮັບຟັງການລາຍງານສະພາບລວມຂອງເມືອງ ກໍຄື ວຽກງານການເມືອງ-ແນວຄິດ ທັງດ້ານດີ ແລະ ດ້ານຫຍໍ້ທໍ້;
ຫຼັງຈາກນັ້ນ ກໍໄດ້ພົບປະແລກປ່ຽນພົບຮຽນ ກັບຄະນະໂຄສະນາອົບຮົມເມືອງ ຊຶ່ງສະຫາຍ ບຸດສະດີ ແສງມະນີວົງ ຫົວ ໜ້າຄະນະໂຄສະນາອົບຮົມເມືອງ ກໍໄດ້ລາຍງານການເຄື່ອນໄຫວວຽກງານໂດຍຫຍໍ້ ສາມາດເຮັດລ້ອນໜ້າທີ່ ທີ່ການຈັດຕັ້ງ ມອບໝາຍໃຫ້ເປັນຕົ້ນ ແມ່ນການເຜີຍແຜ່-ເຊື່ອມຊຶມມະຕິ-ຄຳສັ່ງຂອງຂັ້ນເທິງ; ໂຄສະນາ-ປາຖະກະຖາໃຫ້ແກ່ພະນັກງານ- ລັດຖະກອນຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າພາຍໃນເມືອງປາກຊັນມີຄວາມຮັບຮູ້,ເຂົ້າໃຈຕໍ່ແນວທາງນະໂຍບາຍ ຂອງພັກ-ລັດ, ໂດຍສະເພາະ ມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກເມືອງທ່າພະບາດ ໄດ້ຖືກຈັດຕັ້ງຜັນຂະຫຍາຍ ເຂົ້າສູ່ຊີວິດຕົວຈິງຢ່າງເປັນຂະບວນຟົດຟື້ນ, ສັງລວມແລ້ວ ເມືອງທ່າພະບາດ ຍັງມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບ ຮ້ອຍໃນສັງຄົມ, ການພັດທະນາເສດຖະກິດ-ສັງຄົມ ກໍບັນລຸຕາມຄາດໝາຍທີ່ວາງໄວ້.
ໃນຕອນທ້າຍ ໄດ້ຮັບຟັງການມີຄຳເຫັນຊີ້ນໍາ ຂອງ ສະຫາຍ ອຸດອນ ສອນລຸລິນ ເຊິ່ງໄດ້ເນັ້ນໜັກໃຫ້ຄະນະໂຄສະນາອົບຮົມ ເມືອງສືບຕໍ່ເສີມຂະຫຍາຍບົດບາດເປັນເສນາທິການໃຫ້ແກ່ຄະນະປະຈຳພັກເມືອງໃນການຈັດຕັ້ງເຜີຍແຜ່-ເຊື່ອມຊຶມບັນດາແນວທາ, ມະຕິຂອງພັກ, ຢ່າງກວ້າງຂວາງດ້ວຍຫຼາຍຮູບການ ເປັນຕົ້ນແມ່ນ ການໂຄສະນາຜ່ານສື່.
ມີ 5 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 56 |
![]() | ມື້ວານນີ້ | 40 |
![]() | ອາທິດນີ້ | 478 |
![]() | ເດືອນນີ້ | 362 |
![]() | ທັງໝົດ | 136614 |