ໃນວັນທີ 23 ພະຈິກ 2022 ຄະນະໂຄສະນາອົບຮົມແຂວງ ນໍາພາໂດຍ ທ່ານ ອຸດອນ ສອນສຸລິນ ກໍາມະການພັກແຂວງ, ຫົວ ໜ້າໂຄສະນາອົບຮົມແຂວງ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຕິດຕາມ, ຊຸກຍູ້ວຽກງານຮາກຖານຕາມສາຍຕັ້ງ ຢູ່ເມືອງ ປາກກະດິງ.
ໃນໂອກາດດັ່ງກ່າວ ໄດ້ເຂົ້າພົບ ທ່ານ ບຸນຄົບ ຈັນທະວົງ ຮອງເລຂາພັກເມືອງ ຜູ້ຊີ້ວຽກງານການເມືອງ-ແນວຄິດ ເພື່ອ ແຈ້ງຈຸດປະສົງ ໃນການລົງໃນການລົງມາເຮັດວຽກສາຍຕັ້ງ, ກະຕຸກຊຸກຍູ້, ຕິດຕາມວຽກງານໂຄສະນາອົບຮົມເມືອງ ໃນ ການ ຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2022, ແລກປ່ຽນບົດຮຽນໃນການເຄື່ອນໄຫວວຽກງານຂອງ ຄະນະໂຄສະນາອົບຮົມ ແຂວງ ແລະ ຄະນະໂຄສະນາອົບຮົມເມືອງ, ພ້ອມທັງລົງຝຶກອົບຮົມສ້າງຄວາມເຂັ້ມແຂງຄວາມຮູ້ພື້ນຖານດ້ານການເມືອງ-ການ ປົກ ຄອງ ແລະ ການສ້າງບ້ານພັດທະນາ ໃຫ້ແກ່ 5 ຕໍາແໜ່ງງານຂັ້ນບ້ານ ຈໍານວນ 6 ບ້ານຂອງເມືອງປາກກະດິງ; ເຊິ່ງສະຫາຍ ຮອງເລຂາພັກເມືອງ ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ ໄດ້ມີຄໍາເຫັນຕໍ່ການເຄື່ອນໄຫວວຽກງານໂຄສະນາຂອງ ເມືອງ ເຫັນວ່າວຽກງານໂຄສະນາອົບຮົມຂອງເມືອງ ສາມາດເຄື່ອນໄຫວ ຕາມພາລະບົດບາດ-ໜ້າທີ່ໄດ້ເປັນຢ່າງດີ.
ຈາກນັ້ນ, ໄດ້ເຮັດວຽກຮ່ວມກັບ ຄະນະໂຄສະນາອົບຮົມເມືອງ ໄດ້ຮັບຟັງການລາຍງານຫຍໍ້ວຽກງານໂຄສະນາອົບຮົມ ຂອງເມືອງ ໃນໄລຍະຜ່ານມາຈາກ ທ່ານ ນາງ ສົມຮັກ ແກ້ວມະນີ ກໍາມະການພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງ; ກອງປະຊຸມ ໄດ້ມີຄໍາເຫັນແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໃນວຽກງານຕ່າງໆ ຮ່ວມກັນຕື່ມອີກ.
ຕອນທ້າຍ ທ່ານ ອຸດອນ ສອນສຸລິນ ກໍໄດ້ມີຄໍາເຫັນໂອ້ລົມ ໂດຍທ່ານໄດ້ເນັ້ນໜັກຊີ້ນໍາຕໍ່ການຈັດຕັ້ງປະຕິບັດວຽກວິຊາ ສະເພາະ ລວມທັງວິທີການຈັດຕັ້ງຝຶກອົບຮົມ, ລະບົບການສົ່ງເອກະສານທາງການໃຫ້ເຊິ່ງກັນ ແລະ ກັນ ເພື່ອເຮັດໃຫ້ວຽກ ງານຄະນະໂຄສະນາອົບຮົມ ເປັນເສນາທິການທີ່ດີ ດ້ານວຽກງານການເມືອງ-ແນວຄິດ ໃຫ້ແກ່ຄະນະພັກຂັ້ນເທິງ.
ມີ 9 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 64 |
![]() | ມື້ວານນີ້ | 40 |
![]() | ອາທິດນີ້ | 486 |
![]() | ເດືອນນີ້ | 370 |
![]() | ທັງໝົດ | 136622 |