ຮຽນ: ສະຫາຍ ປອ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ທີ່ເຄົາລົບ ແລະ ນັບຖືຢ່າງສູງ!
ຮຽນ: ບັນດາສະຫາຍ ກຳມະການກົມການເມືອງສູນກາງພັກ, ທີ່ເຄົາລົບຢ່າງສູງ!
- ບັນດາສະຫາຍ ແຂກ-ຜູ້ແທນກອງປະຊຸມ ທີ່ນັບຖື ແລະ ຮັກແພງທັງຫຼາຍ!
ຂ້າພະເຈົ້າ, ຮູ້ສຶກເປັນກຽດຢ່າງສູງ ແລະ ພາກພູມໃຈຢ່າງຍິ່ງ ທີ່ໄດ້ຮັບອະນຸຍາດ ຈາກສະຫາຍປະທານກອງປະຊຸມ, ໃຫ້ຂຶ້ນ ປະກອບຄຳເຫັນຕໍ່ກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດ ຄັ້ງທີ V ໃນຫົວຂໍ້:“ ການສຶກສາອົບຮົມການ ເມືອງ- ແນວຄິດ ປະຊາຊົນບັນດາເຜົ່າເປັນເຈົ້າການເຂົ້າຮ່ວມໃນການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ຢູ່ແຂວງບໍລິຄໍາໄຊ ”. ກ່ອນ ອື່ນ, ຂ້າພະເຈົ້າ ຂໍສະແດງຄວາມເປັນເອກະພາບຢ່າງສູງ ຕໍ່ເນື້ອໃນບົດສະຫຼູບຕີລາຄາການຈັດຕັ້ງປະຕິບັດວຽກງານການ ເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V ແລະ ທິດທາງ, ໜ້າທີ່ວຽກງານຈຸດສຸມໃນຕໍ່ໜ້າ ທີ່ສະຫາຍ ປອ ຄໍາພັນ ເຜີຍຍະວົງ, ເລ ຂາທິການສູນກາງພັກ, ຫົວໜ້ຄະນະໂຄສະນາອົບຮົມສູນກາງພັກ ໄດ້ສະເໜີຕໍ່ກອງປະຊຸມ, ຄວາມເຫັນຈາກກະຊວງ-ອົງການ ແລະ ຕາງໜ້າຄະນະພັກ, ຄະນະນຳບັນດາແຂວງ, ຂ້າພະເຈົ້າ ເຫັນວ່າ ທຸກຄວາມເຫັນແມ່ນ ຕີລາຄາເຖິງຜົນ ສຳເລັດ ດ້ານດີ, ດ້ານອ່ອນຄົງຄ້າງທີ່ຖືກຕ້ອງ ແລະ ສອດຄ່ອງກັບສະພາບເງື່ອນໄຂຕົວຈິງຂອງວຽກ ງານການເມືອງ-ແນວຄິດ ໃນຊຸມ ປີຜ່ານ ມາ. ໃນນາມຄະນະພັກ, ຄະນະປະຈໍາພັກແຂວງບໍລິຄໍາໄຊ ຂໍສະແດງຄວາມປິຕິຍິນດີ, ສະໜັບສະໜູນ ແລະ ຍ້ອງຍໍຊົມເຊີຍ ຢ່າງສຸດໃຈ (ຂໍສະແດງຄວາມຊົມເຊີຍ ).
ຄະນະປະທານ, ແຂກ ທີ່ມີກຽດ ແລະ ຜູ້ແທນກອງປະຊຸມ ທີ່ຮັກແພງ !
ດັ່ງທີ່ບັນດາສະຫາຍ ຮັບຮູ້ວ່າ ແຂວງບໍລິຄໍາໄຊ ຕັ້ງຢູ່ພາກກາງ, ການປົກຄອງແບ່ງອອກເປັນ 7 ເມືອງ, 284 ບ້ານ, 57.669 ຄອບຄົວ ແລະ ມີພົນລະເມືອງທັງໝົດ 318.200 ກວ່າຄົນ, ປະກອບດ້ວຍ 24 ຊົນເຜົ່າ ທີ່ມີການເຊື່ອຖື ແລະ ຮີດ ຄອງປະເພນີເປັນເອກະລັກຂອງຕົນ. ຊຶ່ງພັກ-ລັດໄດ້ຖືສໍາຄັນ ແລະ ຖືວ່າແຂວງຂອງພວກຂ້າພະເຈົ້າເປັນແຂວງ ທີ່ມີຄວາມ ຫຼໍ່ແຫຼມ, ມີຄວາມສ່ຽງຕໍ່ການເກີດຄວາມບໍ່ສະຫງົບເປັນອັນດັບ 2 ຂອງປະເທດ. ເນື່ອງຈາກຈຸດພິເສດດ້ານທີ່ຕັ້ງພູມສັນຖານ ໄດ້ເປັນເງື່ອນໄຂເອື້ອອໍານວຍໃຫ້ການເຄື່ອນໄຫວແກ່ສັດຕູ ແລະ ກຸ່ມຄົນບໍ່ດີ ເຂົ້າມາສ້າງຄວາມບໍ່ສະຫງົບ, ຄວາມບໍ່ເປັນ ລະ ບຽບຮຽບຮ້ອຍຂອງສັງຄົມໄດ້ ເປັນຕົ້ນແມ່ນ ກໍ່ໃຫ້ເກີດ ປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ເຊັ່ນ: ບັນຫາຄ້າ-ຂາຍຢາເສບ ຕິດ, ຄ້າ-ຂາຍເຖື່ອນ, ອຸປະຕິເຫດຕາມທ້ອງຖະໜົນ, ຂີ້ລັກງັດແງະ, ຫຼິ້ນການພະນັນ, ຫຼິ້ນກິນຟູມເຟືອຍ, ຢັກຢອກ-ສໍ້ໂກງ, ສໍ້ ລາດບັງຫຼວງ, ເກີດໜີ້ສິນຄຸມເຄືອນອກລະບົບ ແລະ ອື່ນໆ. ປະກົດການຫຍໍ້ທໍ້ດັ່ງກ່າວນັ້ນ ຊຶ່ງແມ່ນຕົ້ນເຫດທີ່ພາໃຫ້ເກີດ ມີສິ່ງຫຍໍ້ທໍ້ໃນຄອບຄົວ, ບ້ານ, ເມືອງ ແລະ ແຂວງ, ມັນໄດ້ສ້າງຜົນກະທົບຢ່າງຮ້າຍແຮງຕໍ່ຄວາມບໍ່ສະຫງົບ, ຄວາມບໍ່ເປັນລະ ບຽບຮຽບຮ້ອຍໃນສັງຄົມ, ທັງມີຜົນກະທົບຕໍ່ວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດ, ຂອງເຜົ່າ, ເປັນໜໍ່ແໜງ ເຮັດໃຫ້ອິດທິກຳລັງປໍລະປັກ, ກຸ່ມຄົນບໍ່ດີສວຍໃຊ້ສ້າງເຫດການຕ່າງໆຂື້ນ ເພື່ອໃສ່ຮ້າຍປ້າຍສີລະບອບໃໝ່ ແລະ ແນວທາງນະ ໂຍບາຍຂອງພັກເຮົາ, ທັງເປັນສິ່ງທ້າທາຍຕໍ່ວຽກງານການເມືອງ-ແນວຄິດ ຂອງພັກເຮົາ. ດັ່ງນັ້ນ, ແຂວງພວກເຮົາ ຈຶ່ງໄດ້ສຸມ ໃສ່ເອົາການສຶກສາອົບຮົມການເມືອງ-ແນວຄິດເປັນກົກ, ເອົາການແກ້ໄຂບັນຫາຕົວຈິງເປັນສຳຄັນ, ເຮັດຢ່າງເປັນລະບົບ, ປົກ ກະຕິຕໍ່ເນື່ອງ ຊຶ່ງມີວິທີ, ຮູບການດັ່ງນີ້:
1. ດ້ານເນື້ອໃນ (ນິຕິກໍາ): ໄດ້ອີງໃສ່ບັນດາເນື້ອໃນນິຕິກໍາຂອງສູນກາງພັກ ແລະ ລັດຖະບານໃນການຊີ້ນໍາແຕ່ລະໄລຍະ ບວກໃສ່ນິຕິກຳຂອງບັນດາກະຊວງ ເປັນຕົ້ນແມ່ນ ມະຕິ ສະບັບເລກທີ 25/ກມສພ, ມະຕິ ສະບັບເລກທີ 206/ກມສພ ວ່າ ດ້ວຍການຍົກສູງຄຸນະພາບຂອງວຽກງານການເມືອງ-ແນວຄິດໃນໄລຍະໃໝ່, ມະຕິ ວ່າດ້ວຍການເພີ່ມທະວີການນຳພາ ຂອງ ພັກຕໍ່ວຽກງານວັດທະນະທໍາໃນໄລຍະໃໝ່, ຄຳສັ່ງ ວ່າດ້ວຍການເພີ່ມທະວີວຽກງານຕິດຕາມ, ເກັບກໍາສະພາບ ແນວຄິດ-ຫາງ ສຽງສັງຄົມ, ມະຕິ ວ່າດ້ວຍເພີ່ມທະວີວຽກງານປ້ອງກັນຄວາມສະຫງົບໃນສະພາບການໃໝ່, ຄໍາສັ່ງ ເລກທີ 01, 02/ກມສພ ວ່າດ້ວຍເພີ່ມທະວີການນໍາພາຊີ້ນໍາຂອງຄະນະພັກແຕ່ລະຂັ້ນ ໃນການຈັດຕັ້ງປະຕິບັດມາດຕະການ ແກ້ໄຂຄວາມຫຍຸ້ງ ຍາກ ດ້ານເສດຖະກິດ-ການເງິນ ແລະ ແກ້ໄຂຢາເສບຕິດ, ເອກະສານອົບຮົມປະຊາຊົນຢູ່ລຽບຕາມຊາຍແດນ, ຜູ້ຊຸງຄຸນວຸດທິ ບັນ ດາຊົນເຜົ່າ, ຊາວໜຸ່ມ ແລະ ແມ່ຍິງ; ກົດໝາຍ ວ່າດ້ວຍຢາເສບຕິດ, ກົດໝາຍ ວ່າດ້ວຍການຕ້ານການສໍ້ລາດບັງຫຼວງ, ດຳລັດ ວ່າດ້ວຍກົດຈາລະຈອນທາງບົກ ແລະ ເອກະສານ ອື່ນໆທີ່ຈຳເປັນ; ແຂວງພວກເຮົາ ກໍໄດ້ອອກມະຕິ, ຂໍ້ຕົກລົງ, ມີທັງ ອັນສະເພາະ ແລະ ອັນລວມ, ກຳນົດເປັນວຽກຍຸດທະສາດຈຸດສຸມຂອງແຂວງ ໃນການແກ້ໄຂ 4 ເຖື່ອນ ( ຄົນເຖື່ອນ, ລົດເຖື່ອນ, ອາວຸດເຖື່ອນ ແລະ ສິນຄ້າເຖື່ອນ ) ແລະ 9 ຫົວຂໍ້ສຳມະນາວິທະຍາສາດທີ່ພົວພັນເຖິງຄວາມບໍ່ສະຫງົບເຊັ່ນ: ວຽກງານ ປກຊ-ປກສ, ປັບປຸງອຳນາດການປົກຄອງບ້ານໃຫ້ມີຄວາມເຂັ້ມແຂງ, ການແກ້ໄຂຄວາມທຸກຍາກ, ບັນຫາທີ່ດິນ, ບັນຫາຢາເສບຕິດ, ບັນຫາສາສະໜາ, ອຸບັດຕິເຫດຕາມທ້ອງຖະໜົນ, ການຕັ້ງສະນຳ, ການຂັດຂວາງການປະຕິບັດງານຂອງເຈົ້າໜ້າທີ່ ຫຼື ຊິງຕົວປະກັນ; ຄໍາແນະນຳພາຍໃຕ້ຄຳຂວັນທີ່ວ່າ “ ພົນລະເມືອງລາວທຸກຄົນເປັນເຈົ້າປະເທດຊາດ, ຍາມປະເທດຊາດພົບຄວາມຫຍຸ້ງຍາກຂັດສົນ ທຸກຄົນຕ້ອງຊ່ວຍຊາດ ເພື່ອພ້ອມກັນຂ້າມຜ່ານວິກິດການໄປໃຫ້ໄດ້ ”; ໃນການຈັດຕັ້ງປະ ຕິບັດເພື່ອໃຫ້ສອດຄ່ອງກັບການແກ້ໄຂຕົວຈິງ ສ້າງເປັນບາງຫົວຂໍ້ສະເພາະເພື່ອເປັນບົດຮຽນ-ບົດສອນຢູ່ໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ສະໜອງໃຫ້ຄະນະພັກ, ອົງການປົກຄອງແຕ່ລະຂັ້ນ, ພະນັກງານກໍ່ສ້າງຮາກ ຖານການ ເມືອງ ນັບ ແຕ່ຂັ້ນແຂວງ ລົງຮອດຮາກຖານບ້ານ, ກຸ່ມບ້ານ ໄດ້ຈັດຕັ້ງຄົ້ນຄວ້າເຊື່ອມຊຶມມີຄວາມຮັບຮູ້ເຂົ້າໃນ ແລະ ມີສ່ວນ ຮ່ວມ ໃນການຈັດຕັ້ງປະຕິບັດ.
2. ຮູບການ ແລະ ວິທີການເຜີຍແຜ່ເຊື່ອມຊຶມ ແລະ ຜັນຂະຫຍາຍ.
- ໄດ້ຫັນເອົາພະນັກງານຂັ້ນແຂວງ, ເມືອງ ລົງກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ ຕາມ 4 ເນື້ອໃນ 4 ຄາດໝາຍ, ວຽກງານສາມສ້າງ ຕິດພັນຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ເຮັດຢ່າງເປັນລະບົບ ແລະ ເປັນປົກກະຕິຕໍ່ເນື່ອງ.
- ໄດ້ຈັດຕັ້ງເຜີຍແຜ່, ເຊື່ອມຊຶມບັນດານິຕິກຳຕ່າງໆ ຕິດພັນກັບມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ຄັ້ງທີ VII ອົງຄະນະພັກແຂວງ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ແລະ ຄັ້ງທີ V ຂອງແຂວງ, ເພີ່ມທະວີ ຜັນ ຂະຫຍາຍມະຕິ ວ່າດ້ວຍຍົກສູງຄຸນນະພາບຂອງວຽກງານການເມືອງ-ແນວຄິດ ໃນໄລຍະໃໝ່ເຂົ້າສູ່ຊີວິດຕົວຈິງ, ຜັນຂະ ຫຍາຍ ວາລະແຫ່ງຊາດ ກ່ຽວກັບມາດຕະການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ສະກັດກັ້ນ, ແກ້ໄຂບັນຫາ ຢາເສບຕິດ ແລະ ນິຕິກໍາສໍາຄັນອື່ນໆຂອງພັກ-ລັດ ແລະ ຂອງແຂວງ ເຮັດໃຫ້ທຸກພາກສ່ວນໃນສັງຄົມ, ປະຊາຊົນບັນດາ ເຜົ່າ ໄດ້ຮັບຮູ້ເຂົ້າໃຈຢ່າງທົ່ວເຖິງ ແລະ ເປັນຂະບວນ ໂດຍມອບໃຫ້ຄະນະຮັບຜິດຊອບ ເກັບກຳສະພາບແນວ ຄິດ-ຫາງ ສຽງສັງຄົມ ທີ່ເກີດຂື້ນແຕ່ລະຂົງເຂດ ແລະ ແຕ່ລະໄລຍະ ເປັນຜູ້ແກ້ໄຂໃຫ້ທັນເວລາ.
- ໄດ້ຫັນເອົາພະນັກງານລົງຮາກຖານຕາມສາຍຕັ້ງຂອງບັນດາພະແນກການ ເປັນຕົ້ນແມ່ນ ສອງກໍາລັງປ້ອງກັນຊາດ -ປ້ອງກັນຄວາມສະຫງົບ ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງຂອງສູນກາງໄປປະຈໍາຢູ່ແຕ່ລະກຸ່ມບ້ານ, ເຂດຈຸດສຸມຫຼໍ່ແຫຼມ ຄວາມບໍ່ສະຫງົບທາງດ້ານການເມືອງຂອງແຂວງ ເພື່ອສຸມໃສ່ຈັດຕັ້ງປະຕິບັດ 4 ແຜນງານໃຫຍ່ 41 ໂຄງການຂອງກະຊວງ ປ້ອງກັນຄວາມສະຫງົບວາງອອກ, ສຸມໃສ່ແກ້ໄຂ 4 ເຖື່ອນ ແລະ 9 ຫົວຂໍ້ວິທະຍາສາດ ຫັນເຂົ້າສູ່ລວງເລິກ ຕິດພັນ ກັບ ສອງວາລະແຫ່ງຊາດ, ເຫັນວ່າ ປະກົດການຫຍໍ້ທໍ້ໃນສັງຄົມໄດ້ຖືກສະກັດກັ້ນມີທ່າອ່ຽງຫຼຸດລົງ.
3. ຜົນໄດ້ຮັບ: ຜ່ານການຈັດຕັ້ງປະຕິບັດຕົວຈິງສາມາດສັງລວມໄດ້ຜົນສຳເລັດຄື:
1. ໄດ້ເຮັດໃຫ້ຫຼາຍພາກສ່ວນມີຄວາມເຂົ້າໃຈຢ່າງຈະແຈ້ງ ແລະ ເຫັນໄດ້ຄວາມສໍາຄັນຂອງວຽກງານໂຄສະນາສຶກສາອົບຮົມ ການເມືອງ-ແນວຄິດ ກໍຄືຮັບຮູ້ເຂົ້າໃຈ ແລະ ກຳແໜ້ນແນວທາງນະໂຍບາຍ, ມະຕິ, ຄໍາສັ່ງຂອງພັກ, ກົດໝາຍ ແລະ ລະບຽບ ການຕ່າງໆຂອງລັດ ຢ່າງເລິກເຊິ່ງໄປສູ່ບາດກ້າວໃໝ່ເປັນຮູບປະທໍາຫຼາຍຂຶ້ນ.
2. ປະຊາຊົນບັນດາເຜົ່າ, ຊັ້ນຄົນຕ່າງໆ ມີຄວາມຮັບຮູ້ເຂົ້າໃຈ ແລະ ມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ, ເປັນເຈົ້າການ ເຂົ້າຮ່ວມໃນການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ກໍຄືປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄືພັດ ທະນາແຂວງເປັນຢ່າງດີ.
3. ພະນັກງານ-ລັດຖະກອນ, ນັກຮົບຂັ້ນແຂວງ, ເມືອງ ໄດ້ຮັບການບຳລຸງ, ກໍ່ສ້າງ ຢ່າງເປັນລະບົບ, ມີຄວາມເຂັ້ມແຂງທາງ ດ້ານວິຊາສະເພາະ ແລະ ມີຄວາມເຕີບໃຫຍ່ໃນຂະບວນການກໍ່ສ້າງຮາກຖານການເມືອງ ຊຶ່ງໄດ້ກາຍເປັນພະນັກງານຫຼັກແຫຼ່ງ, ສືບທອດ ຂອງແຂວງ, ພະແນກການ, ກົມກອງ ມີຈຳ ນວນບໍ່ໜ້ອຍໃນແຕ່ລະໄລຍະ.
4. ໄດ້ສຳເລັດການເຜີຍແຜ່ເຊື່ອມຊືມ ແລະ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກແຂວງ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ຂອງລັດຖະບານ ແລະ ຄັ້ງທີ V ຂອງແຂວງ ໄດ້ຖືກຈັດຕັ້ງປະຕິບັດໄປໃນລວງດຽວກັນ.
5. ສາມາດຕີຖອຍຫາງສຽງບໍ່ດີຂອງສັງຄົມ, ປະກົດການຫຍໍ້ທໍ້ຕ່າງໆ ຢູ່ຮາກຖານບ້ານໄດ້ຮັບການແກ້ໄຂລຸດລົງ ແລະ ມີ ຄວາມສະຫງົບ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ຍຸຕິທໍາ. ໂດຍລວມແລ້ວ ແຂວງບໍລິຄໍາໄຊ ຍັງສືບ ຕໍ່ມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ໂດຍພື້ນຖານ, ເສດຖະກິດໄດ້ຮັບການຂະຫຍາຍຕົວຢ່າງຕໍ່ເນື່ອງ.
ບັນດາສະຫາຍ ທີ່ນັບຖື ແລະ ຮັກແພງ !
ຄຽງຄູ່ກັບຜົນສຳເລັດທີ່ກ່າວມານັ້ນ, ແຂວງພວກຂ້າພະເຈົ້າ ກໍພົບຄວາມຫຍຸ້ງຍາກ ແລະ ມີຂໍ້ຄົງຄ້າງບາງດ້ານທີ່ຈະຕ້ອງໄດ້ປັບປຸງແກ້ໄຂໃນຕໍ່ໜ້າຄື:
1. ການຈັດຕັ້ງເຜີຍແຜ່ເຊື່ອມຊຶມ ພວກເຮົາໄດ້ເຮັດຫຼາຍລະດັບ, ຫຼາຍເປົ້າໝາຍ ຕິດພັບກັບຫຼາຍຂະບວນການຂໍ້ແຂ່ງຂັນ ຕ່າງໆກໍຕາມແຕ່ທຽບໃສ່ຄວາມຮຽກຮ້ອງຕ້ອງການຂອງສັງຄົມ ເຫັນວ່າບໍ່ທັນກວ້າງຂວາງ ແລະ ເລິກເຊິ່ງເຖິງຖອງ, ຍັງມີລັກ ສະນະຊັກຊ້າໃນບາງຂະບວນການ ໂດຍສະເພາະຢູ່ຂັ້ນເມືອງລົງສູ່ຮາກຖານບ້ານ, ເຂດຫ່າງໄກສອກຫຼີກ.
2. ການຈັດຕັ້ງປະຕິບັດວຽກງານປ້ອງກັນ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ໃນສັງຄົມ ບໍ່ທັນເລິກເຊິ່ງ, ການແກ້ໄຂບໍ່ທັນເຂັ້ມງວດ ແລະ ເດັດຂາດ ໄດ້ສະແດງໃຫ້ເຫັນບາງປະກົດການຫຍໍ້ທໍ້ເກີດຂື້ນ ໂດຍສະເພາະສື່ສັງຄົມອອນລາຍ.
ບົນພື້ນຖານ ແລະ ໝາກຜົນ ແລະ ສິ່ງທ້າທາຍທີ່ກ່າວມາຂ້າງເທິງນັ້ນ, ພວກເຮົາຈະໄດ້ສືບຕໍ່ສຸມໃສ່ວຽກງານສໍາຄັນຕື່ມດັ່ງນີ້:
1. ສືບຕໍ່ຫັນເອົາພະນັກງານຂັ້ນແຂວງ, ເມືອງ ລົງກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ ຕາມ 4 ເນື້ອໃນ 4 ຄາດໝາຍ, ວຽກງານສາມສ້າງ ຕິດພັນຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ເຮັດຢ່າງເປັນລະບົບ ແລະ ເປັນປົກກະຕິຕໍ່ເນື່ອງ ຕິດພັນກັບພະນັກງານຮາກຖານຕາມສາຍຕັ້ງ ຂອງບັນດາພະແນກການ ທີ່ປະຈຳຢູ່ແຕ່ລະກຸ່ມບ້ານ, ເຂດຈຸດສຸມຫຼໍ່ແຫຼມຂອງແຂວງ ເພື່ອສືບຕໍ່ໂຄສະນາປຸກລະດົມຂົນຂວາຍປະຊາຊົນ ແລະ ທຸກພາກສ່ວນໃນສັງຄົມເຂົ້າຮ່ວມ ສະ ກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ, ເອົາໃຈໃສ່ຕິດຕາມ, ເກັບກຳສະພາບແນວຄິດ-ຫາງສຽງສັງຄົມ, ເປັນໃຈ ກາງໃນ ການແກ້ໄຂບັນດາ ປະກົດການຫຍໍ້ທໍ້ທີ່ເກີດ, ຮັບປະກັນເຮັດໃຫ້ແຂວງບໍລິຄຳໄຊ ສືບຕໍ່ມີສະຖຽນລະພາບທາງດ້ານ ການເມືອງ ຢ່າງໜັກແໜ້ນ, ຮັກສາຄວາມເປັນລະບຽບຮຽບຮ້ອຍໃນສັງຄົມໃຫ້ເປັນປົກະຕິ ແລະ ມີທ່ວງທ່າອັນໃໝ່ທີ່ດີຂຶ້ນ.
2. ເອົາໃຈໃສ່ຄົ້ນຄວ້າ ແລະ ເດັດດ່ຽວແກ້ໄຂປະກົດການຫຍໍ້ທໍ້ຢູ່ພາຍໃນ ປະຕິບັດການແກ້ໄຂ 4 ເຖື່ອນ ແລະ 9 ຫົວຂໍ້ສຳ ມະນາວິທະຍາສາດຂອງແຂວງ, ຫົວຂໍ້ວິທະຍາສາດ ວ່າດ້ວຍການຫຼຸດຜ່ອນອຸປະຕິເຫດ, ໂຄງການວິທະຍາສາດຕ້ານການ ແຜ່ ລະບາດຂອງຢ່າເສບຕິດ ແລະ ຂໍ້ແຂ່ງຂັນການສ້າງຄອບຄົວ, ບ້ານປ້ອງກັນຄວາມສະຫງົບດີ ແລະ ບ້ານປ້ອງກັນຊາດ ເຂັ້ມ ແຂງ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.
3. ເພີ່ມທະວີຍົກສູງບົດບາດໜ້າທີ່ໃຫ້ການບໍລິການສັງຄົມ ແລະ ຈັດລະບຽບສັງຄົມໃຫ້ສອດຄ່ອງກັບລະບຽບກົດໝາຍ, ເພີ່ມທະວີຄວາມເປັນແບບຢ່າງຂອງຖັນແຖວພະນັກງານ ແລະ ເອົາໃຈໃສ່ສ້າງບາດກ້າວໃໝ່ເພື່ອຮັບປະກັນວຽກງານ ປ້ອງ ກັນສະກັດກັ້ນໄປຄຽງຄູ່ກັບການແກ້ໄຂຄະດີຕ່າງໆໃຫ້ຖືກຕ້ອງ, ສອດຄ່ອງກັບແນວທາງ, ຫຼັກການວິຊາສະເພາະ ແລະ ຄວາມ ເປັນຈິງ.
4. ສືບຕໍ່ພົວພັນ, ປະສານສົມທົບ, ຍາດແຍ່ງເອົາທິດຊີ້ນໍາ, ບົດຮຽນຈາກສູນກາງ, ຂະແໜງການກ່ຽວຂ້ອງ, ເພື່ອມາພັດ ທະນາແຂວງບໍລິຄໍາໄຊ ໃຫ້ມີໝາກຜົນເປັນຈິງຫຼາຍຂຶ້ນ, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໂດຍສະເພາະ ເຂດ ຫ່າງໄກສອກຫຼີກໄດ້ຮັບການພັດທະນາຫຍັບເຂົ້າໃກ້ກັບເຂດຕົວເມືອງ, ຕັ້ງໜ້າແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ໃຫ້ ຫຼຸດລົງ, ເພີ່ມການບໍລິຫານລັດຢູ່ທ້ອງຖິ່ນ ໃຫ້ເຂັ້ມແຂງເທື່ອລະກ້າວ.
ບັນດາສະຫາຍ ທີ່ນັບຖື ແລະ ຮັກແພງ ການປະກອບຄໍາເຫັນຂອງຂ້າພະເຈົ້າ ມາຮອດນີ້ຂໍສີ້ນສຸດລົງພຽງເທົ່ານີ້, ຂໍອວຍ ພອນແດ່ ປະທານກອງປະຊຸມ, ຜູ້ແທນກອງປະຊຸມທຸກໆສະຫາຍ ຈົ່ງມີສຸຂະພາບແຂງແຮງ, ມີພາລານະໄມສົມບູນ ແລະ ມີຜົນ ສໍາເລັດໃນໜ້າທີ່, ອວຍພອນແດ່ກອງປະຊຸມຈົ່ງດໍາເນີນໄປດ້ວຍຜົນສຳເລັດຢ່າງຈົບງາມ.
ຂໍຂອບໃຈ
ມີ 6 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 71 |
![]() | ມື້ວານນີ້ | 40 |
![]() | ອາທິດນີ້ | 493 |
![]() | ເດືອນນີ້ | 377 |
![]() | ທັງໝົດ | 136629 |