ໃນວັນທີ 15 ພະຈິກ 2022 ຄະນະໂຄສະນາອົບຮົມແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດ ວຽກງານຂອງພະນັກງານ-ລັດຖະກອນ ປະຈໍາປີ 2022 ຂຶ້ນ ຢູ່ທີ່ຫ້ອງເຮັດວຽກຂອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ໃຫ້ ກຽດເຂົ້າຮ່ວມເປັນປະທານ ກອງປະຊຸມໃນຄັ້ງນີ້ໂດຍ ທ່ານ ອຸດອນ ສອນສຸລິນ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາ ອົບຮົມແຂວງ, ມີພະນັກງານ-ລັດຖະກອນ ພາຍໃນຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມທັງໝົດ 16 ທ່ານ, ຍິງ 11 ທ່ານ;
ກອງປະຊຸມໄດ້ຮັບຟັງການເຜີຍແຜ່-ເຊື່ອມຊຶມເອກະສານທີ່ສໍາຄັນຄື:
- ດໍາລັດເລກທີ 300/ລບ, ລົງວັນທີ 13 ກັນຍາ 2018 ວ່າດ້ວຍການປະເມີນຜົນການປະຕິບັດວຽກງານຂອງ ພະນັກງານ- ລັດຖະກອນ.
- ຄໍາແນະນໍາເລກທີ 06/ພນ, ລົງວັນທີ 02 ພຶດສະພາ 2018 ການຈັດຕັ້ງປະຕິບັດດໍາລັດວ່າດ້ວຍ ການປະເມີນຜົນການ ປະຕິບັດວຽກງານຂອງ ພະນັກງານ-ລັດຖະກອນ ແລະ ຄໍາແນະນໍາ ເລກທີ 04/ພນ, ລົງວັນທີ 02 ເມສາ 2021 ກ່ຽວກັບ ການຈັດຕັ້ງປະຕິບັດໜ້າທີ່ວຽກງານຈັນຍາບັນຂອງພະນັກງານ.
- ແຜນດໍາເນີນງານການຈັດຕັ້ງ
ປະຕິບັດ ມະຕິ 04/ຄບສພ ວ່າດ້ວຍການສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກ ເຊິ່ງວຽກພະນັກງານ ສະບັບເລກທີ 112/ຄອຂ, ລົງວັນທີ 01 ກຸມພາ 2022.
ກອງປະຊຸມ ຍັງໄດ້ຮັບຟັງການໂອ້ລົມ ໃຫ້ທິດຊີ້ນໍາຕໍ່ວຽກງານການດັ່ງກ່າວ ຈາກ ທ່ານ ອຸດອນ ສອນສຸລິນ ກໍາມະການພັກ ແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ເພື່ອໃຫ້ວຽກງານການປະເມີນຜົນພະນັກງານ-ລັດຖະກອນ ປະຈໍາປີ 2022 ມີ ປະສິດທິພາບ ແລະ ຖືກຕ້ອງກັບຄວາມເປັນຈິງ.
ມີ 9 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 65 |
![]() | ມື້ວານນີ້ | 40 |
![]() | ອາທິດນີ້ | 487 |
![]() | ເດືອນນີ້ | 371 |
![]() | ທັງໝົດ | 136623 |