ຄະນະໂຄສະນາອົບຮົມແຂວງບໍລິຄໍາໄຊ ລົງຊຸກຍູ້ວຽກງານຮາກຖານຕາມສາຍຕັ້ງ ຕິດພັນກັບວຽກງານສາມສ້າງ ຢູ່ເມືອງບໍລິຄັນ
ໃນວັນທີ 20 ຕຸລາ 2022 ຄະນະໂຄສະນາອົບຮົມແຂວງ ນໍາພາໂດຍ ທ່ານ ອຸດອນ ສອນສຸລິນ ກໍາມະການພັກແຂວງ, ຫົວໜ້າໂຄສະນາອົບຮົມແຂວງ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຕິດຕາມ, ຊຸກຍູ້ວຽກງານຮາກຖານຕາມສາຍຕັ້ງ ຕິດ ພັນກັບ ວຽກງານສາມສ້າງຢູ່ເມືອງບໍລິຄັນ ແຂວງບໍລິຄໍາໄຊ; ໃນໂອກາດດັ່ງກ່າວ ໄດ້ເຂົ້າພົບການນໍາຂອງເມືອງ, ໃຫ້ກຽດ ຕ້ອນຮັບໂດຍ ທ່ານ ວັນເລີນ ປຸ້ຍໄມນີ ກໍາມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງບໍລິຄັນ ເພື່ອແຈ້ງ ຈຸດປະ ສົງໃນ ການລົງມາເຮັດວຽກ ສາຍຕັ້ງ, ເພື່ອແນະນໍາຕົວ
ການຮັບໜ້າທີ່ໃໝ່ ຂອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ກະຕຸກຊຸກຍູ້, ຕິດຕາມວຽກງານຂອງຄະນະໂຄສະນາອົບຮົມເມືອງ ໃນການຈັດຕັ້ງປະຕິບັດວຽກງານປະຈໍາປີ 2022, ແລກປ່ຽນບົດຮຽນ ໃນ ການເຄື່ອນໄຫວວຽກງານ ຂອງ ຄະນະໂຄສະນາອົບຮົມແຂວງ ແລະ ຄະນະໂຄສະນາອົບຮົມເມືອງ, ພ້ອມທັງລົງພົບ ປະສຶກ ສາ ອົບຮົມການເມືອງ-ແນວຄິດ ໃຫ້ປະຊາຊົນ ບ້ານວັດທາດ. ເຊິ່ງສະຫາຍເລຂາພັກເມືອງ-ເຈົ້າເມືອງບໍລິຄັນ ໄດ້ມີຄໍາເຫັນຕໍ່ການ ເຄື່ອນໄຫວວຽກງານຂອງຄະນະໂຄສະນາອົບຮົມເມືອງ ໂດຍພາຍໃຕ້ການນໍາພາ-ຊີ້ນໍາ ຈາກການນໍາເມືອງຢ່າງໃກ້ຊິດ ເຫັນວ່າ ວຽກງານໂຄສະນາອົບຮົມຂອງເມືອງ ສາມາດເຄື່ອນໄຫວຕາມພາລະບົດບາດ-ໜ້າທີ່ ໄດ້ເປັນຢ່າງດີ.
ພ້ອມນີ້ຄະນະ ໄດ້ລົງເຄື່ອນໄຫວພົບປະສຶກສາອົບຮົມການເມືອງ-ແນວຄິດ ອົງການຈັດຕັ້ງ, ອົງການປົກຄອງ ແລະ ປະຊາ ຊົນ ບ້ານວັດທາດ. ເບື້ອງຕົ້ນຮັບຟັງການລາຍງານຫຍໍ້ການຈັດຕັ້ງປະຕິບັດວຽກງານຮອບດ້ານ ຂອງບ້ານວັດທາດ ໃນໄລຍະ 6 ເດືອນຜ່ານມາຈາກ ທ່ານ ຈັບທອງ ລັງສືສົມບັດ ເລຂາພັກບ້ານ, ນາຍບ້ານ; ມີຜູ້ເຂົ້າຮ່ວມທັງໝົດ 66 ຄົນ, ຍິງ 38 ຄົນ; ໃນ ການລົງພົບປະສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ປະຊາຊົນ ບ້ານວັດທາດ ໃນຄັ້ງນີ້ ທ່ານ ອຸດອນ ສອນສຸລິນ ກໍາມະ ການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ຍັງໄດ້ໃຫ້ກຽດໂອ້ລົມ ໂດຍທ່ານໄດ້ເນັ້ນໜັກ ໃຫ້ປະຊາຊົນ ໄດ້ຮັບຮູ້ ແລະ ເຂົ້າໃຈເລິກເຊິ່ງ ກ່ຽວກັບ ຊາດລາວ, ຄົນລາວ ແລະ ມູນເຊື້ອອັນສະຫງ່າລາສີຂອງປະຊາຊົນລາວ ແລະ ແນວທາງປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນລາວຮອບດ້ານ.
ນອກນັ້ນ, ຍັງໄດ້ເຮັດວຽກຮ່ວມກັບຄະນະໂຄສະນາອົບຮົມເມືອງ ໄດ້ຮັບຟັງການລາຍງານຫຍໍ້ວຽກງານໂຄສະນາອົບຮົມ ຂອງເມືອງ ໃນໄລຍະ 9 ເດືອນຜ່ານມາຈາກ ທ່ານ ບຸນສົດ ສຸລິຄໍາ ກໍາມະການພັກເມືອງ, ຫົວໜ້າໂຄສະນາອົບຮົມເມືອງ; ກອງປະຊຸມ ໄດ້ມີຄໍາເຫັນແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ລະຫວ່າງຂະແໜງການຂັ້ນແຂວງ, ໜ່ວຍງານຂັ້ນເມືອງ ໃນວຽກງານຕ່າງໆ ຮ່ວມກັນຕື່ມອີກ.
ມີ 10 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 58 |
![]() | ມື້ວານນີ້ | 40 |
![]() | ອາທິດນີ້ | 480 |
![]() | ເດືອນນີ້ | 364 |
![]() | ທັງໝົດ | 136616 |