ໃນວັນທີ 9 ທັນວາ 2020 ທີ່ຜ່ານມາ ຢູ່ທີ່ສະໂມສອນໃຫຍ່ຂອງແຂວງ ຄະນະໂຄສະນາອົບຮົມແຂວງ ໄດ້ສົມທົບກັບ ຄະນະພັກ ພາຍໃນຂົງເຂດການເມືອງ ຈັດກອງປະຊຸມເຜີຍແຜ່-ເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ ອົງຄະນະພັກແຂວງ ຄັ້ງທີ VII ມີພະນັກງານ-ລັດຖະກອນ ເຂົ້າຮ່ວມທັງໝົດ 175 ສະຫາຍ, ຍິງ 76 ສະຫາຍ, ກອງປະຊຸມດັ່ງກ່າວໄດ້ເຜີຍແຜ່-ເຊື່ອມຊຶມເອກະສານທີ່ສໍາຄັນຄື:
- ເຜີຍແຜ່ມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຄັ້ງທີ VII ແລະ ຜົນສໍາເລັດການຈັດຕັ້ງປະຕິບັດກອງປະຊຸມໃຫຍ່ ຄັ້ງທີ VI ອົງຄະນະພັກແຂວງ ໃຫ້ກຽດຂື້ນເຜີຍແຜ່ໂດຍ ສະຫາຍ ວັນວິໄລ ແດນພູຫຼວງ ຮອງເລຂາຄະນະບໍລິຫານງານພັກແຂວງ.
- ທິດທາງໜ້າທີ່ ແລະ ຄາດໝາຍສູ້ຊົນສໍາລັບໄລຍະປີ ( 2021-2025 ) ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ V ( 2021-2025 ) ແຂວງບໍລິຄໍາໄຊ ໃຫ້ກຽດຂຶ້ນເຜີຍແຜ່ ໂດຍ ສະຫາຍ ພູເຂົາເງິນ ອິນທະວົງ ກຳມະການພັກແຂວງ ອໍານວຍການໂຮງຮຽນການເມືອງ-ການປົກຄອງແຂວງ.
ມີ 7 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 33 |
![]() | ມື້ວານນີ້ | 73 |
![]() | ອາທິດນີ້ | 427 |
![]() | ເດືອນນີ້ | 1819 |
![]() | ທັງໝົດ | 125573 |