ຈັດຕັ້ງພິທີໂຄສະນາ-ປາຖະກະຖາ ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ

        

ໃນວັນທີ 01 ທັນວາ 2020 ຜ່ານມາຢູ່ທີ່ສະໂມສອນໃຫຍ່ຂອງແຂວງບໍລິຄໍາໄຊ ຄະນະໂຄສະນາອົບຮົມແຂວງ ໄດ້ສົມທົບກັບ ກັບຫ້ອງວ່າການແຂວງ ຈັດຕັ້ງພິທີໂຄສະນາ-ປາຖະກະຖາ ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ ( 02/12/1975 -02/12/2020 ) ແລະ ວັນເກີດ ຂອງປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ ( 13/12/1920-13/12/2020 ), ໂດຍໃຫ້ກຽດຂຶ້ນປາຖະກະຖາ ຂອງທ່ານ ປອ ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄໍາໄຊ ມີຄະນະບໍລິຫານງານພັກແຂວງ,

    

ຄະນະເລຂາທິການສະພາ ປະຊາຊົນແຂວງ, ນາຍທະຫານ, ນາຍຕຳຫຼວດ, ພະນັກງານນັກຮົບ, ຫົວໜ້າພະແນກການ-ອົງການທຽບເທົ່າ, ພະນັກງານອາວຸໂສ-ບໍານານ, ກອງທຶນໜຶ່ງດວງໃຈບໍລິຄໍາໄຊ ຊ່ວຍເຫຼືອສັງຄົມ ແລະ ພະນັກງານ -ລັດຖະກອນ, ຄູ-ອາຈານ, ນັກຮຽນ, ນັກສຶກສາ ອ້ອມຂ້າງແຂວງ ເຂົ້າຮ່ວມທັງໝົດ 343 ທ່ານ, ຍິງ 117 ທ່ານ, ໂອກາດດຽວກັນນີ້ ພິທີດັ່ງກ່າວຍັງໄດ້ມີກິດຈະກຳບໍລິຈາກເລືອດ ເພື່ອຊ່ວຍເຫຼືອສັງຄົມອີກດ້ວຍ.

ຊົມເຊີຍວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 40 ປີ

ວີດີໂອ....

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

ຈຳນວນຄົນອອນໄລ໌ທ

ມີ 9  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

164599
ມື້ນີ້ມື້ນີ້23
ມື້ວານນີ້ມື້ວານນີ້68
ອາທິດນີ້ອາທິດນີ້131
ເດືອນນີ້ເດືອນນີ້827
ທັງໝົດທັງໝົດ164599