ໃນຕອນເຊົ້າຂອງວັນທີ 15 ພຶດສະພາ 2019 ຢູ່ທີ່ສະໂມສອນໃຫຍ່ຂອງແຂວງ ຄະນະໂຄສະນາອົບຮົມແຂວງ ບໍລິຄໍາໄຊ ໄດ້ຈັດຕັ້ງໂຄສະນາ-ປາຖະກະຖາ 02 ວັນປະຫວັດສາດ ກໍຄື ວັນຜ່າວົງປິດລ້ອມ ຂອງກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນ ຊຽງຂວາງ ຄົບຮອບ 60 ປີ ແລະ ວັນວິລະກຳໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນຳ ພັກ ແລະ ແນວລາວຮັກຊາດ ຄົບຮອບ 59 ປີ, ໃຫ້ກຽດຂຶ້ນປາຖະກະຖາໃນຄັ້ງນີ້ ໂດຍ ທ່ານ ຄໍາໝັ້ນ ຂຸນຈັນທະ ວິລະຊົນແຫ່ງຊາດ, ມີພະນັກງານ-ລັດຖະກອນເຂົ້າຮ່ວມທັງໝົດ 271 ຄົນ, ຍິງ 110 ສະຫາຍ.
ຈຸດປະສົງໃນການໂຄສະນາ-ປາຖະກະຖາໃນຄັ້ງນີ້ແມ່ນ ເພື່ອໂຄສະນາ-ສຶກສາອົບຮົມໃຫ້ພະນັກງານ, ສະມາຊິກພັກ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າ ຊັ້ນຄົນຕ່າງໆໃນທົ່ວແຂວງບໍລິຄໍາໄຊ ໃຫ້ຮັບຮູ້ ແລະ ເຂົ້າໃຈເລິກເຊິ່ງຕື່ມອີກກ່ຽວກັບມູນເຊື້ອຮັກຊາດ ແລະ ມູນເຊື້ອຕໍ່ສູ້ອັນພິລະອາດຫານ ຂອງກອງທັບ ແລະ ປະຊາຊົນລາວບັນດາເຜົ່າ, ມູນເຊື້ອຄວາມເປັນຢ່າງອັນດີງາມຜູ້ນໍາຂອງພັກ-ລັດ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນໄລຍະໃໝ່.
ມີ 8 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 62 |
![]() | ມື້ວານນີ້ | 40 |
![]() | ອາທິດນີ້ | 484 |
![]() | ເດືອນນີ້ | 368 |
![]() | ທັງໝົດ | 136620 |