ກອງປະຊຸມວຽກງານໂຄສະນາອົບຮົມ ຂອງພັກ ທົ່ວເມືອງປາກກະດິງ ປະຈໍາປີ 2018.
ເພື່ອຍົກສູງຄຸນນະພາບວຽກງານໂຄສະນາອົບຮົມຂອງພັກ ແລະ ຕີລາຄາຄືນການຈັດຕັ້ງປະຕິບັດ ວຽກງານໂຄສະນາອົບຮົມ ທົ່ວເມືອງປາກກະດິງ ໃນການປະຕິບັດພາລະບົດບາດການເປັນເສນາທິການດ້ານວຽກການເມືອງ-ແນວຄິດ ໃຫ້ແກ່ຄະນະປະຈໍາພັກເມືອງປາກກະດິງ.
ປະທານຂອງທ່ານ ສົມພອນ ຈັນທະນາສຸກ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງປາກກະດິງ ແລະ ທ່ານ ພູວົງ ພາສິດທິເດດ ຫົວໜ້າຄະນະໂຄສະນາອົບຮົມເມືອງປາກກະດິງ.
ກອງປະຊຸມຄັ້ງນີ້ໄດ້ຮັບກຽດເຂົ້າຮ່ວມຂອງທ່ານ ຄູຫວ່າງ ກ່າຊໍ່ຈົ່ງຊົວ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີບັນດາຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ບັນດາຫົວໜ້າຫ້ອງການທົ່ວເມືອງ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໄດ້ຮັບຟັງຜົນສໍາເລັດໃນການຈັດຕັ້ງປະຕິບັດວຽກໂຄສະນາ-ອົບຮົມ ທົ່ວເມືອງ ໃນ 01 ປີ ຜ່ານມາ ແລະ ທິດທາງແຜນການ ປີ 2019 ຕໍ່ໜ້າ.
ຈາກນັ້ນ, ກອງປະຊຸມໄດ້ຮັບຟັງການປະກອບຄໍາເຫັນ ຈາກບັນດາຜູ້ແທນ ກ່ຽວກັບການຈັດຕັ້ງປະຕິບັດວຽກງານການເມືອງ-ແນວຄິດ ຢູ່ເມືອງປາກກະດິງ ໃນໄລຍະຜ່ານມາ ໂດຍສະເພາະດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ ທີ່ຈະຕ້ອງໄດ້ເສີມຂະຫຍາຍ ແລະ ປັບປຸງແກ້ໄຂໃນຕໍ່ໜ້າ.
ໃນຕອນທ້າຍ ທ່ານ ສົມພອນ ຈັນທະນາສຸກ ໄດ້ມີຄໍາຄິດເຫັນ ຊີ້ນໍາຕໍ່ວຽກງານໂຄສະນາອົບຮົມ ພາຍໃນເມືອງປາກກະດິງ ໂດຍທ່ານໄດ້ເນັ້ນໜັກຄວາມສໍາຄັນຂອງວຽກງານການເມືອງ-ແນວຄິດ, ຕໍ່ຄະນະພັກແຕ່ລະຂັ້ນ, ແຕ່ລະພາກສ່ວນ ຕ້ອງໄດ້ເພີ່ມທະວີຄວາມເອົາໃຈໃສ່ໃຫ້ຄວາມສໍາຄັນຕໍ່ການເຄື່ອນໄຫວວຽກງານດັ່ງກ່າວ ແນໃສ່ເຮັດໃຫ້ວຽກງານການເມືອງ-ແນວຄິດ ຢູ່ຂັ້ນຮາກຖານທ້ອງຖີ່ນມີຜົນສໍາເລັດທາງດ້ານປະລິມານ ແລະ ຄຸນນະພາບສູງຂຶ້ນ.
ກອງປະຊຸມໄດ້ດໍາເນີນໄປເປັນເວລາເຄິ່ງວັນ ແລະ ອັດລົງໃນຕອນບ່າຍຂອງວັນດຽວກັນ ດ້ວຍຜົນສໍາເລັດອັນດີງາມ.
ມີ 9 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 64 |
![]() | ມື້ວານນີ້ | 40 |
![]() | ອາທິດນີ້ | 486 |
![]() | ເດືອນນີ້ | 370 |
![]() | ທັງໝົດ | 136622 |