ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງແຂວງບໍລິຄຳໄຊຄົບຮອບ 35 ປີ ວັນທີ 06 ມີນາ ປີ 1984 ຫາ ວັນທີ 06 ມີນາ ປີ 2019 ເຊິ່ງໄດ້ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ ເລີ່ມແຕ່ວັນທີ 04 ມີນາ ຫາ ວັນທີ 06 ມີນາ ປີ 2019 ໄດ້ມີການສ້າງຂະບວນການຫຼາຍກິດຈະກຳເຊັ່ນ :
ການສູນກາງພັກ, ເລຂາພັກແຂວງເຈົ້າແຂວງບໍລິຄຳໄຊ ໄດ້ເຂົ້າວາງພວງມະລາ ແລະ ກະຕ່າດອກໄມ້ຢູ່ອະນຸສາວະລີນັກຮົບນິລະນາມ, ອະນຸສາວະລີທ່ານ ສີສົມພອນ ລໍວັນໄຊ ແລະ ອະນຸສອນສະຖານ ປະທານ ໄກສອນ ພົມວິຫານ ເພື່ອເປັນການໄຫວ້ອາໄລ ແລະ ລະນຶກເຖິງມູນເຊື້ອຄຸນງານຄວາມດີ ອັນສະຫງ່າອົງອາດກ້ຫານຂອງວິລະຊົນ, ນັກຮົບປະຕິວັດ, ບຸກຄົນທີ່ມີຄຸນງາມຄວາມດີຕໍ່ປະເທດຊາດ ເພື່ອປະຊາຊົນລາວ ໃນຂະບວນການປະຕິວັດໃນໄລຍະຜ່ານມາ.
ພິທີສະເຫຼີມສະຫຼອງ ວັນສ້າງຕັ້ງແຂວງບໍລິຄໍາໄຊຄົບຮອບ 35 ປີ ( 06 ມີນາ 1984 – 06 ມີນາ 2019 ) ໄດ້ຈັດຂຶ້ນຢ່າງເປັນທາງການໃນຕອນບ່າຍ ຂອງວັນທີ 06 ມີນາ 2019 ຢູ່ເດີ່ນສວນອະນຸສາວະລີ ທ່ານ ສີສົມພອນ ລໍວັນໄຊ ໂດຍການເຂົ້າຮ່ວມຂອງທ່ານ ປ ອ ພັນຄໍາ ວິພາວັນ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການ ຄະນະເລຂາສູນກາງພັກ ຮອງປະທານປະເທດແຫ່ງ ສປປ ລາວ ທ່ານ ປ ອ ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງບໍລິຄໍາໄຊ ມີອະດີດການນໍາ ນັກຮົບປະຕິວັດອາວຸໂສ ວິລະຊົນແຫ່ງຊາດ ການນໍາພັກ-ລັດຂັ້ນສູນກາງ ຄະນະປະຈໍາພັກແຂວງ ກໍາມະການພັກແຂວງ ສະມາຊິກສະພາແຫ່ງຊາດ ສະພາປະຊາຊົນແຂວງ ທະຫານ ຕໍາຫຼວດ ພະນັກງານ - ລັດຖະກອນ ອົງການຈັດຕັ້ງມະຫາຊົນ ບໍລິສັດ ລັດວິສາຫະກິດ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ຊາວແຂວງບໍລິຄໍາໄຊເຂົ້າຮ່ວມຢ່າງຫຼວງຫຼາຍ ໃນວັນສະເຫຼີມສະຫຼອງວັນສ້າງຕັ້ງແຂວງບໍລິຄໍາໄຊ ຄົບຮອບ 35 ປີ ລັດຖະບານໄດ້ມອບຫຼຽນໄຊແຮງງານຊັ້ນ I ໃຫ້ແຂວງບໍລິຄໍາໄຊ ທີ່ມີຜົນງານດ້ານດີເດັ່ນ ໃນການເຄື່ອນໄຫວການຈັດຕັ້ງປະຕິບັດວຽກງານ ປົກປັກຮັກສາ ແລະ ພັດທະນາເສດຖະກິດ-ສັງຄົມຕະຫຼອດໄລຍະ 10 ປີ ( ປີ 2009-ປີ 2019 ) ແລະ ເນຶ່ງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງແຂວງບໍລິຄໍາໄຊ ຄົບຮອບ 35 ປີ ຜົນງານດັ່ງກ່າວເປັນການປະກອບສ່ວນອັນສໍາຄັນໃນການພັດທະນາປະເທດຊາດໃນພິທີຍັງມີການສະແດງສິລະປະວັນະຄະດີພ້ອມທັງຍິງດອກໄມ້ໄຟຈຳນວນ 35 ຊຸດ ເພື່ອເປັນການສະແດງເຖິງການສ້າງຕັ້ງແຂວງບໍລິຄຳໄຊ ຄົບຮອບ 35 ປີ.
ມີ 7 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 16 |
![]() | ມື້ວານນີ້ | 68 |
![]() | ອາທິດນີ້ | 124 |
![]() | ເດືອນນີ້ | 820 |
![]() | ທັງໝົດ | 164592 |