ຄາລະວານລົດທ່ອງທ່ຽວ ສູ່ດິນແດນປະຫວັດສາດ ບ້ານເກີດ ທ່ານ ສີສົມພອນ ລໍວັນໄຊ

       

ຄາລະວານລົດທ່ອງທ່ຽວສູ່ດິນແດນປະຫວັດສາດ ບ້ານເກີດ ທ່ານ ສີສົມພອນ ລໍວັນໄຊ

       ທ່ານ ນາງ ພອນໄຊ ເລືອງມີໄລ ກໍາມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມຄາຣາວານລົດທ່ອງທ່ຽວ ໄປສູ່ດິນແດນປະຫວັດສາດ  ຖີ່ນກຳເນີດຂອງທ່ານ ສີສົມພອນ ລໍວັນໄຊ ເຊິ່ງໄດ້ຈັດຂຶ້ນໃນວັນທີ 18 ກຸມພາ 2019. ໂດຍການເຂົ້າຮ່ວມຂອງ  ທ່ານ ບຸນມາ ບຸຈະເລີນ ຮອງເລຂາພັກແຂວງ, ຮອງເຈົ້າ

       ຂະບວນຄາຣາວານໃນຄັ້ງນີ້ ໄດ້ແວ່ຢ້ຽມຢາມ ບ້ານສົບການ ຖິ່ນກຳເນີດ ແລະ ບ່ອນເຕີບໃຫຍ່ ຂອງທ່ານ ສີສົມພອນ ລໍວັນໄຊ, ທ່ານຮອງເຈົ້າແຂວງຍັງໄດ້ມອບເງິນ ຈຳນວນ 1 ລ້ານກີບ ໃຫ້ແກ່ການຈັດຕັ້ງຂອງບ້ານ ເພື່ອເປັນການຮັກສາ ແລະ ບູລະນະເຮືອນຈຳລອງຂອງທ່ານ ສີສົມພອນ ລໍວັນໄຊ, ຂະບວນດັ່ງກ່າວໄດ້ຮັບຕ້ອນຢ່າງອົບອຸ່ນຈາກ ທ່ານ ຄຳພັດ ສຸລິຂັນ ວ່າການເຈົ້າເມືອງໄຊຈຳພອນ ພ້ອມຄະນະນຳຂອງເມືອງ, ເຖີງວ່າເສັ້ນທາງຈະຫຍຸ້ງຍາກ, ພູຜາສູງຊັນ ທ່າມກາງບັນຍາກາດສາຍຝົນ ຄ່ອຍໂຮຍລົງແບບເບົາໆຕ້ອນຮັບຄາຣາວານດັ່ງກ່າວ ເຮັດໃຫ້ຫົນທາງປຽກມື່ນ ແຕ່ບໍ່ເປັນອຸປະສັກໃຫ້ແກ່ການເດີນທາງ ຂະບວນຄາຣາວານລົດກໍ່ໄດ້ເດີນທາງໄປເຖີງຈຸດທີ່ໝາຍ.

   

    ຄາຣາວານລົດຢ້ຽມຢາມຖີ່ນກຳເນີດຂອງທ່ານ ສີສົມພອນ ລໍວັນໄຊ ໃນຄັ້ງນີ້ ຜູ້ເຂົ້າຮ່ວມຍັງໄດ້ມອບເຄື່ອງນຸ່ງຫົ່ມ, ອຸປະກອນການສຶກສາ ໃຫ້ແກ່ປະຊາຊົນບັນດາເຜົ່າ ເພື່ອຊ່ວຍໜູນຄອບຄົວທີ່ທຸກຍາກຂາດເຂີນ ເພາະເຂດດັ່ງກ່າວ ລະດັບການຂະຫຍາຍຕົວທາງດ້ານເສດຖະກິດ - ສັງຄົມ ຍັງບໍ່ທັນຂະຫຍາຍຕົວຢ່າງແຂງແຮງເທົ່າທີ່ຄວນ.

        ໃນວັນທີ 19 ກຸມພາ 2019 ຂະບວນດັ່ງກ່າວ ໄດ້ເດີນທາງໄປມອບເຄື່ອງໃຫ້ປະຊາຊົນ ແລະ ອຸປະກອນການຮຽນຈຳນວນໜຶ່ງໃຫ້ແກ່ບ້ານພຽງດີ, ບ້ານນ້ຳສັກ ແລະ ເຂດນ້ຳອ້ອນ ທີ່ເປັນຖານທີ່ຕັ້ງເມືອງໄຊຈຳພອນແຫ່ງໃໝ່ ເຊິ່ງມຸນຄ່າທີ່ນຳມາມອບໃນຄັ້ງນີ້ ມີທັງໝົດ 145 ລ້ານກີບ.

ຊົມເຊີຍວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 40 ປີ

ວີດີໂອ....

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

ຈຳນວນຄົນອອນໄລ໌ທ

ມີ 28  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

140273
ມື້ນີ້ມື້ນີ້8
ມື້ວານນີ້ມື້ວານນີ້54
ອາທິດນີ້ອາທິດນີ້43
ເດືອນນີ້ເດືອນນີ້1937
ທັງໝົດທັງໝົດ140273