ຊຸດຝຶກອົບຮົມວຽກງານໂຄສະນາອົບຮົມ 6 ແຂວງພາກກາງ ທີ່ແຂວງບໍລິຄຳໄຊ ປະຈໍາປີ 2018
ວັນທີ 8 ຕຸລາ 2018 ຄະນະໂຄສະນາອົບ ຮົມສູນກາງພັກ ຮ່ວມກັບ ຄະນະໂຄສະນາອົບຮົມແຂວງບໍລິຄໍາໄຊ ໄດ້ຈັດຊຸດຝຶກອົບຮົມວຽກງານໂຄສະນາອົບຮົມປະຈໍາປີ 2018 ຂຶ້ນ ຢູ່ທີ່ຫ້ອງປະຊຸມຊັ້ນ 3 ຂອງຫ້ອງວ່າການປົກຄອງແຂວງ ບໍລິຄຳໄຊ
ທ່ານ ນາງ ສຸດສະດາ ໂສພາ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ບໍລິຄຳໄຊ, ຄະນະຮັບຜິດຊອບຊຸດຝຶກອົບຮົມໄດ້ຂຶ້ນກ່າວຈຸດປະສົ່ງຂອງການຝຶກອົບຮົມໃນຄັ້ງນີ້ວ່າ: ເພື່ອເປັນການຍົກລະດັບ ຄວາມຮູ້,ຄວາມສາມາດໃຫ້ແກ່ສະມາຊິກພັກ, ພະນັກງານຜູ້ທີ່ເຮັດວຽກງານໂຄສະນາອົບຮົມການເມືອງແນວຄິດ, ສາມາດກຳໄດ້ແນວທາງ, ແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ, ສາມາດຕອບສະ ໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການການເມືອງໃນໄລຍະໃໝ່; ຊຸດຝຶກອົບຮົມໃນຄັ້ງນີ້ຈະໄດ້ດຳເນີນເປັນເວລາ 10 ວັນ, ບົດຮຽນທີ່ຈະນຳເໜີໃນຊຸດຝຶກມີທັງໝົດ 22ບົດ ແລະ ນອກຈາກການຝຶກຮົມທາງດ້ານທິດສະດີແລ້ວນັກສຳມະນາກອນຍັງຈະໄດ້ໄປທັດສະນະສຶກສາ.
ໃນໂອກາດດັ່ງກ່າວ ທ່ານ ປອ ຄຳໝັ້ນ ຈັນທະລັງສີ ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ກໍ່ໄດ້ໃຫ້ກຽດກ່າວເປີດຊຸດຝຶກອົບຮົມ ເຊິ່ງກອ່ນອື່ນທ່ານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຮັບຜິດຊອບກໍ່ຄືຄະນະໂຄສະນາອົບຮົມແຂວງບໍລິຄຳໄຊ ທີ່ໄດ້ສ້າງເງື່ອນໄຂ ແລະ ອຳນວຍຄວາມສະດວກໃນການຈັດຝຶກອົົຮົມໃນຄັ້ງນີ້; ພ້ອມດຽວກັນນີ້ຍັງຮຽກຮ້ອງໃຫ້ນັກສຳມະນາກອນທຸກທ່ານຈົ່ງຕັ້ງໃຈສຶກສາຮ່ຳຮຽນ, ປະຕິບັດກົດລະບຽບ ແລະ ເວລາທີ່ຄະນະຮັບຜິດຊອບໄດ້ວາງອອກຢ່າງເຂັ້ມງວດ ເພື່ອເຮັດໃຫ້ຊຸດຝຶກອົບຮົມໃນຄັ້ງນີ້ສຳເລັດໄປດ້ວຍດີ.
ຂ່າວ ແລະ ພາບໂດຍ: ຄອນສະຫວັນ ລັດຕະນະວັນໂນ.
ມີ 8 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 20 |
![]() | ມື້ວານນີ້ | 73 |
![]() | ອາທິດນີ້ | 414 |
![]() | ເດືອນນີ້ | 1806 |
![]() | ທັງໝົດ | 125560 |