ມອບ-ຮັບ ຫົວໜ້າຄະນະໂຄສະນາອົມຮົມ...

   ໂດຍປະຕິບັດຕາມ  ຂໍ້ຕົກລົງຂອງເຈົ້າແຂວງ-ແຂວງ ບໍລິຄຳໄຊ ສະບັບເລກທີ 283/ຂບຊ ແລະ ສະບັບເລກທີ 284/ຂບຊ ລົງວັນທີ 25 ພຶດສະພາ 2015 ວ່າດ້ວຍການຍົກຍ້າຍ ບ່ອນປະຈໍາການຂອງພະນັກງານ.

   ຄະນະໂຄສະນາອົບຮົມແຂວງບໍລິຄຳໄຊ ຈຶ່ງໄດ້ຈັດພິທີເຊັນບົນບັນທຶກ ມອບ-ຮັບ ໜ້າທີ່ລະຫວ່າງ ທ່ານ ເຄນ ລໍມະນີ ຫົວໜ້າ ໂຄສະນາອົບຮົມແຂວງບໍລິຄຳໄຊ ຜູ້ເກົ່າ ແລະ ທ່ານ ນາງ ພອນໄຊ ເລືອງມີໄລ ຫົວໜ້າ ໂຄສະນາອົບຮົມແຂວງບໍລິຄຳໄຊ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນພະຫັດ ທີ 18 ມິຖຸນາ 2015 ຜ່ານມາ, ເປັນກຽດເຂົ້າຮ່ວມຂອງ ທ່ານ ວັນໄຊ ເຍຍຈັນທະສອນ ມີບັນດາ 11 ພະແນກການອ້ອມຂ້າງແຂວງ ແລະ ພະນັກງານ ສະມາຊິກພັກ ພາຍໃນໂຄສະນາອົບຮົມແຂວງບໍລິຄຳໄຊ

   ໃນພິທີ ທ່ານ ເຄນ ລໍມະນີ ຫົວໜ້າ ໂຄສະນາອົບຮົມແຂວງບໍລິຄຳໄຊ ຜູ້ເກົ່າ ໄດ້ລາຍງານຫຍໍ້ກ່ຽວກັບການຊີ້ນຳ-ນຳພາຂົງເຂດ ການເມືອງໃນໄລຍະຜ່ານມາ ເຊິ່ງໄດ້ເຮັດໃຫ້ວຽກງານດັ່ງກ່າວມີຜົນສຳເລັດຫຼາຍດ້ານ ແລະ ເປັນຮູບປະທຳຕົວຈິງ ເຊັ່ນ: ມີລາຍການ “ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງພັກ ໂຄສະນາຜ່ານສື່ວິທະຍຸກະຈາຍ ສຽງລະບົບ FM 101,5 MHz ຂອງແຂວງບໍລິຄໍຳໄຊ, ອອກອາກາດທຸກໆວັນຈັນເວລາ 13:00 ໂມງ ຫາ 14:00 ໂມງ, ມີກອງໂຄສະ ນາເຄື່ອນທີ່ຂັ້ນແຂວງ ແລະ ຂັ້ນເມືອງ, ພິເສດອັນໜື່ງ ແມ່ນມີຄະນະຮັບຜິດ ຊອບສັງລວມ-ຫາງສຽງ ສັງຄົມຂອງແຂວງ ແລະ ເມືອງ ເພື່ອເກັບກຳສັງລວມຫາງສຽງສັງຄົມ ໃນທົ່ວແຂວງແລ້ວ ລາຍງານຂັ້ນເທິງຕາມສາຍຕັ້ງ ແລະ ສາຍຂວາງ. ໂຄງການຝຶກອົບຮົມເລຂາພັກບ້ານ-ນາຍບ້ານ, ຝຶກອົບຮົມຄວາມຮູ້ພື້ນຖານດ້ານການ ເມືອງ-ການປົກຄອງໃຫ້ບັນດາສະ ມາຊິກພັກ-ພະນັກງານບ້ານເປົ້າໝາຍ 3 ສ້າງໃນທົ່ວແຂວງ. 

ຊົມເຊີຍວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 40 ປີ

ວີດີໂອ....

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

ຈຳນວນຄົນອອນໄລ໌ທ

ມີ 7  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

164591
ມື້ນີ້ມື້ນີ້15
ມື້ວານນີ້ມື້ວານນີ້68
ອາທິດນີ້ອາທິດນີ້123
ເດືອນນີ້ເດືອນນີ້819
ທັງໝົດທັງໝົດ164591